ອາເມລິກາພົບເຫັນກໍລະນີຕິດເຊື້ອEbolaທຳອິດຢູ່ນິວຢອກ

ອາເມລິກາພົບເຫັນກໍລະນີຕິດເຊື້ອEbolaທຳອິດຢູ່ນິວຢອກ - ảnh 1
ຕຳຫຼວດ​ຢູ່​ນິວຢອກ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ນ​ອກ​ເຮືອນ​ຢູ່​ຂອງ​ຄົນ​ເຈັບ
(ພາບ: The New York Times)

(vovworld) – ຕອນ​ຄ່ຳ​ວັນ​ທີ 23/10, ບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ປະ​ກາດ​ວ່າ: ມີ​ຄົນ​ເຈັບ​ຜູ້​ໜຶ່ງ​ທີ່​ຫາກໍ່​ກັບ​ເມືອ​ຈາກ Guinea, ອາບ​ຟ​ຣີ​ກາ​ຕາ​ເວັນ​ຕົກ, ໄດ້​ຕິດ​​ເຊື້ອ Ebola. ນີ້​ແມ່ນ​ກໍ​ລະ​ນີ​ຕິດ​ເຊື້ອ Ebola ທຳ​ອິດ​ຢູ່​ນະ​ຄອນຫຼວງ ນິວຢອກ. ແຈ້ງ​ການ​ຂອງ​ພະ​ແນກ​​ສາ​ທາ​ລະ​ນະ​ສຸກ ນິວຢອກ ໃຫ້​ຮູ້​ວ່າ: ທ່ານ​ໝໍ Craig Spencer, ສະ​ມາ​ຊິກ​ຂອງ​ອົງ​ການ​ມະ​ນຸດ​ສ​ະ​ທຳ​ທ່ານ​ໝໍ​ບໍ່​ມີ​ພົມ​ແດນ, ໄດ້​ມີ​ໜ້າ​ຢູ່ Guinea - ເຊິ່ງ​ແມ່ນ​ໜຶ່ງ​ໃນ 3 ປະ​ເທດ​ຢູ່ ອາບ​ຟ​ຣີ​ກາ​ຕາ​ເວັນ​ຕົກ ຖືກ​​ຕິດພະ​ຍາດ Ebola ​ໜັກ​ທີ່​ສຸດ. ປະ​ຈຸ​ບັນ, ທ່ານ​ໝໍ Craig ໄດ້​ຖືກສົ່ງ​ເຖິງ​ໂຮງ​ໝໍ Bellevue, ເຊິ່ງ​ແມ່ນ​ໜຶ່ງ​ໃນ 8 ໂຮງ​ໝໍ​ຢູ່ ນິວຢອກ​ທີ່​ມີ​ພາກ​ສ່ວນ​ປິນ​ປົວ​ພະ​ຍາດ Ebola. ຄາ​ດ​ວ່າ, ຄົນ​ເຈັບ​ຈະ​ຕ້ອງ​ຜ່ານ​​ການວິໃຈ​ບົ່ງ​ມະ​ຕິ​ພະ​ຍາດ​ຄືນ​ໃໝ່.​ ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ​້​ປິດ​ລ້ອມ​ເຮືອນ​ຢູ່​ຂອງ​ທ່ານ​ໝໍ Craig ເພື່​ອ​ແນ​ໃສ່​ສະ​ກັດ​ກັ້ນ​ໄພ​ແຜ່​ລະ​ບາດ.

        ກ່ອນ​ໜ້​າ​ນັ້ນ, ອາ​ເມ​ລິ​ກາ ໄດ້​ມີ 3 ກໍ​ລະ​ນີ​ຕິດ​​ເຊື້ອ Ebola, ໃນ​ນັ້ນ​ມີນາງ​ໝໍ 2 ຄົນ​ຢູ່​ໂຮງ​ໝໍ Texas ຖືກ​ຕິດ​​ເຊື້ອ​ໃນ​ວິ​ວັດ​ການ​ປິນ​ປົວ​ໃຫ້​ຄົນ​ເຈັບ Thomas Eric Duncan, ຊາວ Liberia, ​ເຊິ່ງ​ໄດ້​ເສຍ​ຊີ​ວິດ​ໃນ​ວັນ​ທີ 8/10 ຜ່ານ​ມາ​ແລ້ວ.


ຂ່າວ/ບົດ​ອື່ນ