ອາເມລິກາພ້ອມແລ້ວ ທີ່ຈະພິຈາລະນາຂໍ້ ສະເໜີເຈລະຈາຂອງ ສປປເກົາຫລີ

ອາເມລິກາພ້ອມແລ້ວ ທີ່ຈະພິຈາລະນາຂໍ້ ສະເໜີເຈລະຈາຂອງ ສປປເກົາຫລີ - ảnh 1

(ພາບປະກອບ:tienphong.vn)

(vovworld)-  ກ່ອນ​ເວລາ 2 ວັນ​ທີ່​ຈະ​ດຳ​ເນີນ​ການ​ພົບ​ປະລະ​ຫວ່າງ​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ​ເກົາຫລີ ຢູ່​ວໍ​ຊິງ​ຕັນ​ ກ່ຽວ​ກັບ​ສະພາບ​ການ​ໃນ​ແຫລມ​ເກົາຫລີ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ປະກາດ​ວ່າ: ອາ​ເມ​ລິ​ກາ ພ້ອມ​ແລ້ວທີ່​ຈະ​ພິຈາລະນາ​ຂໍ້​ສະ​ເໜີ​ເຈລະຈາ​ຂອງ ສປປ​ເກົາຫລີ ຢ່າງ​ເຂັ້ມງວດ ​ແຕ່​ພຽງ​ຢາງ​ ຕ້ອງມີ​ບັນດາ​ການ​ກະທຳ​ລະອຽດ​ເພື່ອ​ຢຸດຕິ​ໂຄງກາ​ນອາວຸດນິວ​ເຄຼຍ. ທ່າ​ນນາງ Jen Psaki ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຢືນຢັນ​ວ່າ: ອາ​ເມ​ລິ​ກາ ຕົກລົງ​ດຳ​ເນີນ​ການ​ເຈລະຈາ​ກັບ ສປປ​ເກົາຫລີ ຄື​ສ່ວນ​ໜຶ່ງ​ຂອງ​ວິວັດ​ການ​ເຈລະຈາ 6 ຝ່າຍ.

  ກ່ອນ​ໜ້ານັ້ນ, ສປປ​ເກົາຫລີ ສະ​ເໜີ​ຈັດການ​ເຈລະຈາ​ຂັ້ນສູງ​ສອງ​ຝ່າຍ​ກັບ​ອາ​ເມ​ລິ​ກາ ​ແຕ່​ພັດ​ເວົ້າວ່າ​ບໍ່​ຄວນ​ຍົກ​ອອກ​ບັນດາ​​ເງື່ອ​ນໄຂຕັດສິນຊີ້​ຂາດ ​ແລະ ບໍ່​ພຽງ​ແຕ່​ບັນຫາ​ປົດ​ອາວຸດ​ນິວ​ເຄຼຍ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ປຶກສາ​ຫາລື​ສັງ​ລວມກ່ວາ​ກ່ຽວ​ກັບ​ແຫລມ​ເກົາຫລີ ອີກດ້ວຍ.

 

 

 

ຂ່າວ/ບົດ​ອື່ນ