ອາ​ເມ​ລິ​ກາ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​​ຕໍ່​ບັນ​ດາການ​ເຄື່ອນ​ໄຫວຂອງ ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ວັນທີ 18 ເມສາ ອາເມລິກາ ໄດ້ກ່າວສະແດງຄວາມວິຕົກກັງວົນຕໍ່ບັນດາການກະທຳເກາະຜິດຂອງຈີນຢູ່ທະເລຕາເວັນອອກ
ອາ​ເມ​ລິ​ກາ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​​ຕໍ່​ບັນ​ດາການ​ເຄື່ອນ​ໄຫວຂອງ ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ທຳນຽບຫ້າແຈ (ພາບ:  THX/TTXVN) 

 ຖະແຫຼງການຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ ອາເມລິກາ ສະແດງຄວາມວິຕົກກັງວົນ ເມື່ອໄດ້ຍິນຂ່າວກ່ຽວກັບບັນດາການກະທຳເກາະຜິດຢ່າງລຽນຕິດຂອງຈີນແນໃສ່ການເຄື່ອນໄຫວພັດທະນາທາງດ້ານນ້ຳມັນ ແລະ ອາຍແກັດ ຢູ່ກາງທະເລຂອງບັນດາປະເທດທີ່ໄດ້ຖະແຫຼງປະກາດອະທິປະໄຕ. ຈີນຄວນຢຸດຕິການກະທຳຂົ່ມເຫັງ ແລະ ຈຳກັດບັນດາການກະທຳເກາະຜິດເຊັນດຽວກັນຊຶ່ງໄດ້ເຮັດໃຫ້ພາກພື້ນຂາດສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ