ອາເມລິກາຢຸດຕິບັນດາການຊ້ອມຮົບຮ່ວມທີ່ມີການຄັດເລືອກກັບສເກົາຫລີໂດຍບໍ່ມີການກຳນົດເວລາ

(VOVWORLD) -ອາເມລິກາໄດ້ຕົກລົງຢຸດຕິ ການຊ້ອມຮົບຮ່ວມທີ່ມີການຄັດເລືອກກັບ ສ ເກົາຫລີ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາການເຈລະຈາປອດນິວເຄຼຍໃນແຫລມເກົາຫລີ. 

ອາເມລິກາຢຸດຕິບັນດາການຊ້ອມຮົບຮ່ວມທີ່ມີການຄັດເລືອກກັບສເກົາຫລີໂດຍບໍ່ມີການກຳນົດເວລາ - ảnh 1ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis.

ພາບ: AFP/TTXVN 

     ວັນທີ 22 ມິຖຸນາ ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ອອກຖະແຫລງການຢຸດຕິບັນດາການຊ້ອມຮົມຮ່ວມທີ່ມີການຄັດເລືອກ ໃນນັ້ນ ມີການຊ້ອມຮົບ ຜູ້ພິທັກເສລີ Ulchi ພ້ອມກັບ 2 ບັ້ນການຊ້ອມຮົມຕາມໂຄງການແລກປ່ຽນທະຫານເຮືອສູ້ຮົບທາງບົກ ກັບ ສເກົາຫລີ ຕາມແຜນການແມ່ນດຳເນີນໃນວັນທີ 3 ກໍລະກົດຈະມາເຖິງ.

ໃນວັນດຽວກັນ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ຕົກລົງແກ່ຍາວບັນດາຄຳສັ່ງລົງໂທດ ສປປ ເກົາຫລີ ອີກປີຫນຶ່ງ ດ້ວຍສາຍເຫດນາບຂູ່ “ຜິດປົກກະຕິ” ຈາກໂຄງການອາວຸດນິວເຄຼຍຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ