ອາເມລິກາຢືນຢັນວ່າຍັງເປີດປະຕູເພື່ອເຊື່ອມຕໍ່ການເຈລະຈາກັບສປປ.ເກົາຫຼີຄືນໃໝ່

(VOVWORLD) -ວັນທີ 24 ພຶດສະພາ, ກະຊວງການຕ່າງປະເທດອາເມລິກາ ຢືນຢັນວ່າ, ອາເມລິກາ ຍັງພ້ອມແລ້ວທີ່ຈະເຈລະຈາກັບສປປ.ເກົາຫຼີ ແລະ ກຳນົດຢ່າງຈະແຈ້ງທັດສະນະດັ່ງກ່າວ.

ຖະແຫຼງການດັ່ງກ່າວຖືກຍົກອອກມາ ພາຍຫຼັງທີ່ ສປປ.ເກົາຫຼີ ກະຕຸກຊຸກຍູ້ອາເມລິກາ ຕ້ອງມີ “ວິທີການໃໝ່” ເພື່ອທຳລາຍສະພາບບໍ່ມີທາງອອກໃນການເຈລະຈາສ້າງແຫຼມເກົາຫຼີ  ປອດນິວເຄຼຍ.

        ຖະແຫຼງການຂອງກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ສືບຕໍ່ປະຕິບັດຕາມຂໍ້ຕົກລົງເຊິ່ງການນຳອາເມລິກາ ແລະ ສປປ.ເກົາຫຼີ ບັນລຸໄດ້ຢູ່ສິງກະໂປ ເມື່ອເດືອນ ມິຖຸນາ 2018, ດ້ວຍຄຳໝັ້ນສັນຍາສ້າງແຫຼມເກົາຫຼີ ປອດນິວເຄຼຍ ແລະ ສ້າງຕັ້ງພື້ນຖານສັນຕິພາບຢ່າງຍາວນານ. ກະຊວງດັ່ງກ່າວກໍ່ຊີ້ແຈ້ງວ່າ, ອາເມລິກາ ພ້ອມແລ້ວທີ່ຈະເຈລະຈາທີ່ມີລັກສະນະສ້າງສັນກັບສປປ.ເກົາຫຼີ ເພື່ອຊຸກຍູ້ວິວັດທະນາການ “ໄປພ້ອມໆກັນ”.

ຕອບກັບ

ຂ່າວ/ບົດ​ອື່ນ