ອາເມລິກາສາມາດເຂົ້າຮ່ວມກຸ່ມ4ຝ່າຍNormandyເພື່ອແກ້ໄຂການປະທະກັນຢູ່ພາກຕາເວັນອອກຢູແກຼນ

ອາເມລິກາສາມາດເຂົ້າຮ່ວມກຸ່ມ4ຝ່າຍNormandyເພື່ອແກ້ໄຂການປະທະກັນຢູ່ພາກຕາເວັນອອກຢູແກຼນ - ảnh 1
ການນຳກຸ່ມ 4 ຝ່າຍ Normandy

(vovworld) – ​ເມື່ອ​ຄັດຄ້ານ​ຂໍ້​ສະ​ເໜີ​ຂອງ ຢູ​ແກຼນ ກ່ຽວ​ກັບ​​ເລື່ອງ ​ເຊີນ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ວິວັດ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ພາກ​ຕາ​ເວັນ​ອອກ ຢູ​ແກຼນ, ຫົວໜ້າ​ກຸ່ມ​ປະຕິບັດ​ງານ​ກັບ​ບັນຫາ ຢູ​ແກຼນ ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Johannes Regenbreht ຖະ​ແຫລງການ ​ແບກ​ແລງ ກຽມພ້ອມ​ປ່ຽນ​ແປງ “ຮູບ​​ແບບ Normandy” ຖ້າ​ຄູ່​ຮ່ວມ​ມື​ຍົກ​ອອກ​ຂໍ້​ສະ​​ເໜີ​ແທນ​ທີ່​ໄດ້. ທ່ານ Regenbreht ອະທິບາຍ​ຕື່ມ​ອີກ​ວ່າ ຖ້າ​ຫາກ ຢູ​ແກຼນ ຍົກ​ອອກ​ຂໍ້​ສະ​ເໜີ ​ແລະ ​ແນວ​ຄວາມ​ຄິດ​ເຮັດ​ແນວ​ໃດ​ເພ່ືອ​ບັນລຸ​ໄດ້​ບັນ​ດາ​ບາດກ້າວ​ໃນ​ການ​ສ້າງ​ ສັນຕິພາບ​ຢູ່​ເຂດ Donbass ຂອງ​ປະ​ເທດ​ນີ້, ຂໍ​້ສະ​ເໜີ​ນີ້​ຈະ​ໄດ້ຮັບ​ການ​ຊົມ​ເຊີຍ. ທ່ານ Regenbreht ​ເນັ້ນ​ໜັກ​ວ່າ: “ສິ່ງ​ໜຶ່ງ​ທີ່​ຈະ​ແຈ້ງ ​ແລະ ​ເຂົ້າ​ໃຈງ່າຍ​ນັ້ນແມ່ນ​ຖ້າ​ຫາກ​ບໍ່​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ ອາ​ເມ​ລິ​ກາ ນັ້ນ, ວິວັດທະນາ​ການ​ (​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ” ບໍ່​ມີ​ຄວາມ​ກ້າວໜ້າ​ໄດ້. ກຸ່ມ 4 ຝ່າຍ Normandy ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ປະຈຸ​ບັນ​ລວມມີ: ​ເຢຍລະ​ມັນ, ລັດ​ເຊຍ, ຢູ​ແກຼນ ​ແລະ ຝຣັ່ງ.


ຂ່າວ/ບົດ​ອື່ນ