ອາເມລິກາເໜືອແລະອາເມລິກາກາງສ້າງຕັ້ງເຄືອຂ່າຍຂໍ້ມູນຂ່າວສານ

ອາເມລິກາເໜືອແລະອາເມລິກາກາງສ້າງຕັ້ງເຄືອຂ່າຍຂໍ້ມູນຂ່າວສານ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 11/6, ຜູ້ຕາງໜ້າ​ຂອງ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ເໜືອ ​ແລະ ອາ​ເມ​ລິ​ກາ​ກາງ ຫາ​ກໍ່​​ເຫັນ​ດີ​ເປັນ​ເອກະສັນ​ສ້າງ​ຕັ້ງ​ເຄືອ​ຂ່າຍ​​ເດັກ​ບໍ່​ທັນ​ເຖິງ​ກະສຽນອາຍຸ ອົບ​ພະຍົບ (CRM), ​ເພື່ອ​ແນ​ໃສ່​ວາງ​ອອກ​ບັນດາ​ຍຸ​ດທະ​ສາດ​ສະກັດ​ກັ້ນ​ປະກົດ​ການ​ເດັກ​ອົບ​ພະຍົບຢູ່​ພາກ​ພື້ນ. ບັນ​ດາ​ເຈົ້າ​ໜ້າ​ທີ່​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ຂໍ້​ມູນ​ຂ່າວ ​ແລະ ຜັນ​ຂະຫຍາຍ​ບັນດາ​ບັ້ນ​ເຄື່ອນ​ໄຫວ​ໂຄສະນາ​ຍົກ​ສູງ​ສະຕິ​ຄວາມ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ. ຜູ້ຕາງໜ້າ​ບັນດາປະ​ເທດ​ນີ້​ກໍ່​ຍອມຮັບ​ຄວາມ​ຈິງ​ທີ​່ວ່າ​ເດັກ​ບໍ່​ທັນ​ເຖິງ​ກະສຽນ​ອາຍຸ​ອົບ​ພະຍົບ​ເພື່ອ​ແນ​ໃສ່​ຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຄວາມທຸກ​ຍາກ​ຢູ່​ປະ​ເທດ​ຕົນ. ຈຸດປະສົງ​ຂອງ​ກະ​ແສ​ຊາວ​ອົບ​ພະ​ຍົບດັ່ງກ່າວ​ແມ່ນ​ໄປ​ເຖິງ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ