ອາເມລິກາແລະກູບາເຫັນດີດຳເນີນການເຈລະຈາຢ່າງເປັນທາງການ

ອາເມລິກາແລະກູບາເຫັນດີດຳເນີນການເຈລະຈາຢ່າງເປັນທາງການ - ảnh 1
(ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ ​Barack Obama)

(vovworld) - ພາຍຫຼັງ​ມື້​ໜຶ່ງທີ່​ປະທານ​ປະ​ເທດ​ກູ​ບາ Raul Castro ​ແລະ ປະທານາທິບໍດີ​ອາ​ເມ​ລິ​ກາ ​Barack Obama ເຫັນ​ດີ​ປະກາດຂໍ້​ຕົກລົງ​ປະຫວັດສາດ​ນັ້ນ​ແມ່ນ ສ້າງ​ການ​ພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິ, ພາຍຫຼັງ​ທີ່ຖືກ​ຢຸດຕິ​ເປັນ​ເວລາ​ເຄິ່ງສະຕະວັດນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ການ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ​ເພື່ອ​ມຸງ​ໄປ​ເຖິງ​ການ​ສ້າງ​ການ​ພົວພັນເປັນ​ປົກກະຕິ​ລະຫວ່າງ​ສອງ​ປະ​ເທດ​, ​ຈະ​ດຳ​ເນີນ​ຢູ່​ນະຄອນຫຼວງ​ລາ​ຮາ​ວານ ​ໃນ​ທ້າຍ​ເດືອນ 1/2015. ວັນ​ທີ 18/12, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຜູ້ຮັບຜິດຊອບ​ເຄິ່ງໜ່ວຍ​ໂລກ​ຕາ​ເວັນ​ຕົກ, ທ່ານ​ນາງ ​Roberta Jacobson ໃຫ້​ຮູ້​ວ່າ, ສອງ​ປະ​ເທດ​ພວມ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ຍົກ​ລະດັບ​ການ​ເຈລະຈາ​​, ເຊິ່ງທັງ​ສອງ​ຝ່າຍ​ໄດ້​ສ້າງ​ແຜນການ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ເຂົ້າ​ອາ​ໄສ. ຕາມທ່ານ​ນາງ ​Roberta Jacobson ​ແລ້ວ, ດ້ວຍ​ການ​ຍົກ​ລະດັບ​ການ​ເຈລະຈາ. ອາ​ເມ​ລິ​ກາ ​ແລະ ກູ​ບາ​ ຈະ​ໝູນ​ໃຊ້​ໂອກາດ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ເຂົ້າ​ອາ​ໄສ ກໍ່​ຄື​ບັນຫາ​ອື່ນໆ​ອີກ. ທ່ານ​ນາງ​ຍັງ​ໃຫ້​ຮູ້​ຕື່ມ​ອີກວ່າ, ວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ​ເລີ່​ມພິຈາລະນາ​ເລື່ອງ​ນຳ​ກູ​ບາ​ ອອກ​ຂາກບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ອຸປະຖຳ​ການ​ກໍ່​ການ​ຮ້າຍ, ນີ້​ແມ່ນ​ປັດ​ໃຈ​ສຳຄັນ​ເພື່ອ​ໃຫ້​ອາ​ເມ​ລິ​ກາ​ ຢຸດຕິ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ທີ່​ມີ​ຕໍ່​ປະ​ເທດ​ກູ​ບາ.

ຂ່າວ/ບົດ​ອື່ນ