ອາເມລິກາໃຕ້ສະເຫລີມສະຫຼອງ90ປີແຫ່ງວັນຄ້າຍວັນເກີດການນຳກູບາFidel Castro

ອາເມລິກາໃຕ້ສະເຫລີມສະຫຼອງ90ປີແຫ່ງວັນຄ້າຍວັນເກີດການນຳກູບາFidel Castro - ảnh 1
ການ​ນຳ ກູ​ບາ Fidel Castro

(vovworld) –  ວັນ​ທີ 11/8, ຢູ່ Buenos Aires, ສະຫະສະມາຄົມ​ບັນດາ​ຜູ້​ອອກ​ແຮງ​ງານ​ແຫ່ງ​ລັດ ອັກຊັງ​ຕິງ (ATE) ​ໄດ້​ຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ການ​ນຳ ກູ​ບາ Fidel Castro, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງ​ໜ້າ​ຫຼາຍ​ອົງການ​ການ​ເມືອງ, ສັງຄົມ ​ແລະ ​ເພື່ອນ​ມິດສາ​ກົນ​ທີ່​ຮັກຫອມ ກູ​ບາ. ມີ​ປະຊາຊົນ​ກ່ວາ 300 ຄົນ, ​ໃນ​ນັ້ນ​ມີ​ຊາວ​ໜຸ່ມ ​ແລະ ນັກ​ສຶກສາ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ Fidel Castro, ການ​ນຳ​ປະຕິວັດ​ທີ່​ປິ​ຊາ​ສາມາດ​ຂອງ​ໂລກ, ຜູ້​ໄດ້​ອຸທິດ​ສ່ວນ​ຊີວິດ​ຂອງ​ຕົນ​ໃຫ້​ອຸດົມການ​ເສລີພາບ ​ແລະ ປົດ​ປ່ອຍ​ຊາດ​ອັນ​ສູງ​ສົງ. ບັນດາ​ນັກ​ປາຖະກະຖາ ​ເຂົ້າ​ຮ່ວມ​ງານ​ບຸນ​ພ້ອມ​ກັນ​ແບ່ງປັນ​ບັນດາ​ນ້ຳ​ໃຈຄວາມ​ຮັກ​ແພງ ​ແລະ ຄວາມນິຍົມ​ນັບ​ຖື​ຕໍ່​ນ້ຳ​ໃຈ​ສາກົນ​ທີ່​ສູງ​ສົງ ​ແລະ ຄວາມ​ສາມັກຄີ​ທີ່​ຍິ່ງ​ໃຫຍ່​ຂອງ​ການ​ນຳ Fidel Castro ຕໍ່​ບັນດາ​ປະຊາ​ຊາດ​ໃນ​ໂລກ, ພິ​ເສດ​ແມ່ນ​ປະຊາຊົນ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ ລາຕີ​ນ. ບັນດາ​ອຸດົມ​ການ​ອັນ​ສູງ​ສົງ, ລັກສະນະ​ມະນຸດ​ສາດ, ນ້ຳ​ໃຈພິລະ​ອາດ​ຫານ, ບັນດາ​ຜົນງານ​ສັງຄົມ​ຂອງ​ປະຊາຊົນ ກູ​ບາ, ພິ​ເສດ​ແມ່ນ​ດ້ານ​ສາທາລະນະ​ສຸກ, ການ​ສຶກສາ ​ແລະ ຄວາມ​ສະ​ເໝີ​ພາບ​​ແມ່ນ​ການ​ລະດົມ​ກຳລັງ​ໃຈ ​ແລະ ​ແມ່ນ​ກຳລັງ​ໜູນ​ບັນດາ​ປະຊາ​ຊາດ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ