ອາເມລິກາໃຫ້ຄຳໝັ້ນສັນຍາເຈລະຈາຂໍ້ຕົກລົງໃໝ່ແລະຮອບດ້ານກັບອີຣານ

(VOVWORLD) -ຖ້າຫາກອີຣານ ສືບຕໍ່ປະຕິເສດດ້ານການທູດ ແລະ ເປີດກວ້າງໂຄງການນິວເຄຼຍຂອງຕົນ, ອາເມລິກາ ຈະສືບຕໍ່ເພີ່ມຄວາມກົດດັນທາງດ້ານເສດຖະກິດ ແລະ ປິດລ້ອມທາງການທູດສຳລັບປະເທດນີ້.

ວັນທີ 01 ກໍລະກົດ, ກະຊວງການຕ່າງປະເທດອາເມລິກາ ໄດ້ຮຽກຮ້ອງໃຫ້ອີຣານ ຢຸດຕິທຸກການເສີມທາດຢູຣານີ, ພ້ອມກັນນັ້ນ ກໍ່ໃຫ້ຄຳໝັ້ນສັນຍາເຈລະຈາຂໍ້ຕົກລົງໃໝ່ ແລະ ຮອບດ້ານກັບອີຣານ ເພື່ອແນໃສ່ແກ້ໄຂໄພນາບຂູ່ຈາກປະເທດນີ້ທີ່ມີຕໍ່ຄວາມໝັ້ນຄົງ ແລະ ສັນຕິພາບໃນໂລກ. ແຈ້ງການຊື່ມວນຊົນຂອງກະຊວງກະຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ອຳນາດການປົກຄອງອີຣານ ໄດ້ດຳເນີນບັນດາບາດກ້າວໃໝ່ ເພື່ອແນໃສ່ຊຸກຍູ້ ຄວາມມັກໃຫຍ່ໄຝ່ສູງດ້ານນິວເຄຼຍຂອງຕົນ. ກະຊວງການຕ່າງປະເທດອາເມລິກາ ເນັ້ນໜັກວ່າ, ຖ້າຫາກອີຣານ ສືບຕໍ່ປະຕິເສດດ້ານການທູດ ແລະ ເປີດກວ້າງໂຄງການນິວເຄຼຍຂອງຕົນ, ອາເມລິກາ ຈະສືບຕໍ່ເພີ່ມຄວາມກົດດັນທາງດ້ານເສດຖະກິດ ແລະ ປິດລ້ອມທາງການທູດສຳລັບປະເທດນີ້.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ຢັ້ນຢືນວ່າ, ຈຳນວນ ຢູຣານີ ເສີມທາດ ສະສົມຂອງອີຣານບັນລຸ 300 ກີໂລກຣາມ, ລື່ນກາຍກຳນົດຂອງຂໍ້ຕົກລົງນິວເຄຼຍ ປີ 2015 ຫຼື ເອີ້ນວ່າແຜນການກະທຳລວມຮອບດ້ານ (JCPOA), ເຊິ່ງເຕເຮຣານ ໄດ້ລົງນາມກັບກຸ່ມ P5+1 ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ