ອ​ຳ​ນາດ​ການ​ປົກ​ຄອງ​​ທະ​ຫານ ຢູ່ ນີ​ເຊ ພິ​ຈາ​ລະ​ນາ​ຄວາມ​ອາດ​ສາ​ມາດ​ຈັດ​ການ​ເຈະ​ລ​ະຈາ ກັບ ECOWAS ເພື່ອຊັ່ງ​ຊາ​ການ​ແຊກ​ແຊງ​ດ້ານ​ການ​ທະ​ຫານ ຢູ່ ນີ​ເຊ

(VOVWORLD) - ວັນທີ 15 ສິງຫາ, ອຳນາດການປົກຄອງທະຫານ ນີເຊ ໄດ້ຖະແຫຼງວ່າ ພ້ອມແລ້ວທີ່ຈະເຈລະຈາເພື່ອແກ້ໄຂວິກິດການພາກພື້ນ ຍ້ອນຖືກຜົນກະທົບຈາກການກໍ່ລັດຖະປະຫານຢູ່ປະເທດນີ້ເມື່ອເດືອນແລ້ວນີ້.
ອ​ຳ​ນາດ​ການ​ປົກ​ຄອງ​​ທະ​ຫານ ຢູ່ ນີ​ເຊ ພິ​ຈາ​ລະ​ນາ​ຄວາມ​ອາດ​ສາ​ມາດ​ຈັດ​ການ​ເຈະ​ລ​ະຈາ ກັບ ECOWAS ເພື່ອຊັ່ງ​ຊາ​ການ​ແຊກ​ແຊງ​ດ້ານ​ການ​ທະ​ຫານ ຢູ່ ນີ​ເຊ - ảnh 1ທ່ານ Ali Mahamane Lamine Zeine ນາຍົກລັດຖະມົນຕີ ໂດຍ ອຳນາດການປົກຄອງທະຫານ ຢູ່ ນີເຊ ບົ່ງຕົວ (ພາບ: AFP/TTXVN)

ທ່ານ Ali Mahamane Lamine Zeine ນາຍົກລັດຖະມົນຕີ ໂດຍ ອຳນາດການປົກຄອງທະຫານ ຢູ່ ນີເຊ ບົ່ງຕົວ ໄດ້ຊີ້ແຈ້ງວ່າ ພວມຢູ່ໃນວິວັດການຫັນປ່ຽນ ແລະ ພ້ອມແລ້ວທີ່ຈະເປີດອົກເປີດໃຈ, ເຈລະຈາກັບທຸກຝ່າຍ, ແຕ່ ນີເຊ ກໍຕ້ອງ “ມີເອກະລາດ”. ທ່ານ Zeine ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ພາຍຫຼັງການຢ້ຽມຢາມ ສາທາລະນະລັດ Chad ແລະ ການພົບປະກັບປະທານາທິບໍດີ ປະເທດເຈົ້າພາບ Mahamad Idriss Deby Itno ໃນວັນດຽວກັນ.

        ກໍໃນວັນທີ 15 ສິງຫາ, ວົງການນາຍທະຫານຜູ້ບັນຊາການທະຫານຂອງປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາ ຕາເວັນຕົກ (ECOWAS) ໄດ້ມີແຜນໂຮມປະຊຸມ  ຢູ່ Ghana ໃນວັນທີ 17 – 18 ສິງຫາ, ເພື່ອປຶກສາຫາລືກ່ຽວກັບຄວາມອາດສາມາດແຊກແຊງດ້ານການທະຫານຢູ່ ນີເຊ, ແນໃສ່ຟື້ນຟູສິດອຳນາດຂອງທ່ານປະທານາທິບໍດີ Mohamed Bazoum ທີ່ຖືກໂຄ່ນລົ້ມ.

        ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 15 ສິງຫາ, ວັງ Kremlin ໃຫ້ຮູ້ວ່າ ໃນການເຈລະຈາທາງໂທລະສັບກັບອຳນາດການປົກຄອງທະຫານ Mali, Assimi Goita, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮຽກຮ້ອງໃຫ້ຊອກຫາມາດຕະການສັນຕິພາບສຳລັບວິກິດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ