ອຽກລັງ ສະໜັບສະໜູນ ອີຊີ ຍົກເລີດ “ບັດເຫຼືອງ IUU” ສຳລັບສິນໃນນ້ຳຂອງ ຫວຽດນາມ

(VOVWORLD) - ລັດຖະມົນຕີ 2 ທ່ານໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ, ຍົກສູງປະສິດທິຜົນການຮ່ວມມືລັດຖະສະພາ
ອຽກລັງ ສະໜັບສະໜູນ ອີຊີ ຍົກເລີດ “ບັດເຫຼືອງ IUU” ສຳລັບສິນໃນນ້ຳຂອງ ຫວຽດນາມ - ảnh 1ລັດຖະມົນຕີ 2 ທ່ານ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມ ອຽກລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 29 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ດຳເນີນການໂອ້ລົມເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນຊາດ ອຽກລັງ Micheál Martin.

        ລັດຖະມົນຕີ 2 ທ່ານໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ, ຍົກສູງປະສິດທິຜົນການຮ່ວມມືລັດຖະສະພາ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ,  ບັນດາກົນໄກຮ່ວມມື ອາຊຽນ - ອີຢູ. ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ຝ່າຍ ອຽກລັງ ສົ່ງເສີມບັນດາວິສາຫະກິດລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດ, ຄື: ການຫັນເປັນດີຈີຕອນ, ຫັນປ່ຽນພະລັງງານ, ອຸດສາຫະກຳເຕັກໂນໂລຊີສູງ… ສ່ວນຝ່າຍ ອຽກລັງ ຢືນຢັນວ່າ, ຈະພິຈາລະນາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການຍູ້ໄວການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ແລະ ສະໜັບສະໜູນຄະນະກຳມະການເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳ ຫວຽດນາມ.

        2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີສະໜັບສະໜູນລັດທິຫຼາຍຝ່າຍ, ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍສາກົນ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດບັດສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ