ຮັກສາ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານຫວຽດນາມ - ກຳປູເຈຍ

(VOVWORLD) - ຕອນບ່າຍວັນທີ 25 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາສູງ ລາຊະອານາຈັກ ກຳປູເຈຍ, ຮອງປະທານພັກ, ຫົວໜ້າຄະນະປະຈຳການສູນກາງພັກປະຊາຊົນກຳປູເຈຍ ໄຊຈູມ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ຮັກສາ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານຫວຽດນາມ - ກຳປູເຈຍ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານສະພາສູງ ແຫ່ງລາຊະອານາຈັກ ກຳປູເຈຍ ໄຊຈູມ

     ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດກໍຄືລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ມີການປະກອບສ່ວນສຳຄັນເຂົ້າໃນການຊ່ວຍໃຫ້ແຕ່ລະປະເທດພັດທະນາວັດທະນາຖາວອນ, ປະຊາຊົນມີຊີວິດອີ້ມໜຳສຳລານ ແລະ ຜາສຸກ, ທີຕັ້ງບົດບາດສາກົນຂອງແຕ່ລະປະເທດໄດ້ຮັບການຍົກສູງຂຶ້ນ, ທ່ານເນັ້ນໜັກວ່າ 3 ປະເທດສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນທັງດ້ານວັດຖຸ ແລະ ຈິດໃຈ, ແບ່ງປັນບົດຮຽນປະສົບການເພື່ອພ້ອມກັນພັດທະນາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ແລກປ່ຽນ ບັນດາທິດທາງໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນບັນດາກົນໄກພົບປະຂັ້ນສູງລະຫວ່າງ 2 ພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບຳລຸງກໍ່ສ້າງ, ສືບທອດໃຫ້ລຸ່ນໜຸ່ມກ່ຽວກັບມູນເຊື້ອຂອງການພົວພັນຫວຽດນາມ - ກຳປູເຈຍ.

ຮັກສາ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານຫວຽດນາມ - ກຳປູເຈຍ - ảnh 2ທ່ານຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ຕ້ອນຮັບ ສົມເດັກ ໄຊຈູມ, ປະທານສະພາສູງ ແຫ່ງລາຊາອານາຈັກກຳປູເຈຍ (ພາບ:TTXVN)

ກ່ອນນັ້ນ ໃນຕອນເຊົ້າວັນທີ 25 ຕຸລາ, ຢູ່ສໍານັກງານປະທານປະເທດ, ທ່ານຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບສົມເດັກ ໄຊຈູມ, ປະທານສະພາສູງ ແຫ່ງລາຊາອານາຈັກກຳປູເຈຍ, ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ສະເໜີໃນໄລຍະທີ່ຈະມາເຖິງ, ສອງປະເທດສືບຕໍ່ຮັກສາການພົບປະຂັ້ນສູງໄວ້ເປັນປະຈຳ, ຊຸກຍູ້ບັນດາກົນໄກການຮ່ວມມືລະຫວ່າງສອງປະເທດໃນທົ່ວທຸກຊອ່ງທາງ, ຜ່ານນັ້ນປັບປຸງການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ, ພ້ອມກັນຮັກສາເອກະລາດ, ເປັນເຈົ້າຕົນເອງໃຫ້ໝັ້ນຄົງ, ແລະ ພັດທະນາໃຫ້ຮັ່ງມີເຂັ້ມແຂງ. ພ້ອມກັນນັ້ນແມ່ນເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດຂອງ 2 ປະເທດ ໃນການຊຸກຍູ້ການພົວພັນສອງຝ່າຍ, ສ້າງລະບອບລະບຽບການລະບົບກົດໝາຍໃຫ້ສົມບູນແບບ ສ້າງຄວາມສະດວກໃຫ້ແກ່ການເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ; ຜັນຂະຫຍາຍປະສິດຕິຜົນບັນດາຂໍ້ຕົກລົງການຮ່ວມມື; ສົມທົບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ… ທ່ານປະທານປະເທດ ຫວຽດນາມ ກໍ່ໄດ້ສະເໜີສອງຝ່າຍຊຸກຍູ້ການຂີດຂັ້ນປັກຫຼັກໝາຍຊາຍແດນຈຳນວນ 16% ທີ່ຍັງເຫຼືອ ເພື່ອກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາສອງຊາດ.

        ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫວັງວ່າ ທ່ານປະທານ ແລະ ສະພາສູງ ກຳປູເຈຍ ຈະສືບຕໍ່ໜູນຊ່ວຍຊາວ ຫວຽດນາມ ອາໄສຢູ່ກຳປູເຈຍ, ໃນນັ້ນມີການເຂົ້າສັນຊາດ, ຊ່ວຍສ້າງການດຳລົງຊີວິດເປັນປົກກະຕິ; ສະເໜີກຳປູເຈຍ ສ້າງຄວາມສະດວກ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ເຄື່ອນໄຫວລົງທຶນຢູ່ກຳປູເຈຍ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ