ຮັກສາສົບປະທານ ໂຮ່ຈີມິນ ໄວ້ໃຫ້ດົນນານ ແລະ ມີຄວາມປອດໄພ

(VOVWORLD) - ຕອນເຊົ້າວັນທີ 29 ສິງຫາ, ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດລະນຶກ 50 ປີແຫ່ງວັນປະທານ ໂຮ່ຈີມິນ ເຖິງແກ່ມໍລະນະກຳ, ກອງບັນຊາການປ້ອງກັນສຸສານປະທານ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມ 50 ປີແຫ່ງການຮັກສາສົບຂອງປະທານ ໂຮ່ຈີມິນ ໄວ້ໃຫ້ດົນນານ ແລະ ມີຄວາມປອດໄພ (1969 - 2019).
ຮັກສາສົບປະທານ ໂຮ່ຈີມິນ ໄວ້ໃຫ້ດົນນານ ແລະ ມີຄວາມປອດໄພ - ảnh 1  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນ ໂຊວຽດ ໃນເມື່ອກ່ອນ, ສະຫະພັນ ລັດເຊຍ ປັດຈຸບັນ, ໂດຍກົງແມ່ນບັນດານັກຊ່ຽວຊານການແພດ ໂຊວຽດ ມີການຮັກສາສົບປະທານ ໂຮ່ຈີມິນ. ທ່ານ ຫງວຽນຊວັນຟຸກ ຊີ້ນຳວ່າ:

        “ການຮັກສາ, ປ້ອງກັນຄວາມປອດໄພໃຫ້ແກ່ສົບປະທານ ໂຮ່ຈີມິນ ແມ່ນໜ້າທີ່ລວມຂອງທັງລະບົບການເມືອງ. ຂ້າພະເຂົ້າຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສົມທົບກັນ, ໜູນຊ່ວຍຄະນະຄຸ້ມຄອງສຸສານປະຕິບັດໜ້າທີ່ນີ້ິ້ໃຫ້ປະສົບຜົນສຳເລັດເປັນຢ່າງດີ. ໜ້າທີ່ຮັກສາສົບຂອງປະທານ ໂຮ່ຈີມິນ ໄວ້ໃຫ້ດົນນານ, ມີຄວາມປອດໄພ ແມ່ນໜ້າທີ່ອັນເປັນກຽດ, ສັກກະລະບູຊາ ແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກ, ລຳບາກລາຍຢ່າງທີ່ສຸດ”.

        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຄະນະຄຸ້ມຄອງສຸສານ ສືບຕໍ່ຫັນບັນດາລະບົບອຸປະກອນເຕັກນິກກິດຈະກຳສຸສານໃຫ້ເປັນທັນສະໄໝ ເພື່ອຮັບໃຊ້ໜ້າທີ່ຮັກສາສົບປະທານ ໂຮ່ຈີມິນ ໄວ້ໃຫ້ດົນນານ, ມີຄວາມປອດໄພ ແລະ ຈັດຕັ້ງການຕ້ອນຮັບປະຊາຊົນ, ແຂກສາກົນເຂົ້າມາໄວ້ອາໄລ.  

ຕອບກັບ

ຂ່າວ/ບົດ​ອື່ນ