ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຄວາມ​​ສະ​ຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບຮ້ອຍ, ຄວາມ​ປ​ອດ​ໄພ​ສັງ​ຄົມ​ຢ່າງໝັ້ນ​ແກ່ນ

(VOVWORLD) -ໃນວາລະການເຮັດວຽກໃນວັນທີ 4 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານ, ກວດກາ ແລະ ປຶກສາຫາລືກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2019.
ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຄວາມ​​ສະ​ຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບຮ້ອຍ, ຄວາມ​ປ​ອດ​ໄພ​ສັງ​ຄົມ​ຢ່າງໝັ້ນ​ແກ່ນ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XIV (ພາບ: Quochoi.vn)

ວັນທີ 4 ພະຈິກ, ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XIV, ທ່ານ ລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ສະເໜີບົດລາຍງານ ຂອງ ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານ ອາດຊະຍາກຳ ແລະ ການລະເມີດກົດໝາຍໃນປີ 2019, ໃນນັ້ນ ເນັ້ນໜັກເຖິງແຜນນະໂຍບາຍ, ວິທີການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ ປີ 2020. ທ່ານ ໂຕເລິມຊີ້ແຈ້ງວ່າ:

        ລັດຖະບານໄດ້ສຸມໃສ່ຊີ້ນຳ, ປະຕິບັດບັນດາໜ້າທີ່, ວິທີການແກ້ໄຂຈຸດສຸມຄືສືບຕໍ່ປະຕິບັດບັນດາຄຳສັ່ງ, ມະຕິຂອງສູນກາງພັກ, ສະພາແຫ່ງຊາດໃຫ້ມີປະສິດທິຜົນ, ແນໃສ່ເສີມຂະຫຍາຍກຳລັງແຮງລວມຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນທັງຊາດໃນວຽກງານຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ. ຈັດຕັ້ງວຽກງານກຳແໜ້ນ, ໄຈ້ແຍກ, ຄາດຄະເນສະພາບການໃນໂລກ ແລະ ພາກພື້ນໃຫ້ເປັນຢ່າງດີ, ຮັກສາຄວາມປອດໄພໃຫ້ບັນດາເຫດການໃຫຍ່ຂອງປະເທດຊາດໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນກອງປະຊຸມໃຫຍ່ຂອງພັກທຸກຂັ້ນຕະຫຼອດຮອດກອງປະຊຸມໃຫຍ່ ທົ່ວປະເທດຄັ້ງທີ XIII ຂອງພັກ, ບັນດາເຫດການທາງການທູດໃນ ປີ ຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020.

        ໃນຂະນະນັ້ນ, ທ່ານ ເລມິງຄ໊າຍ ປະທານອົງການກວດກາລັດຖະບານ ລາຍງານກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2019 ວ່າ:

        ປີ2020, ລັດຖະບານໄດ້ສືບຕໍ່ກຳນົດການປ້ອງກັນຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ຈຸດສຸມໃນການ, ຊີ້ນຳນຳພາ, ບໍລິຫານ ແລະ ສຸມໃສ່ຊີ້ນຳການປະຕິບັດຄົບຊຸດ 9 ໝວດໜ້າທີ່, ວິທີການຄື: ກວດກາຄືນໃໝ່, ເຮັດສຳເລັດກົນໄກ, ນະໂຍບາຍກ່ຽວກັບການຄຸ້ມຄອງເສດຖະກິດ - ສັງຄົມໃນບັນດາຂົງເຂດ. ຈັດຕັ້ງການໂຄສະນາ, ເຜີຍແຜ່, ສຶກສາກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ…

        ແລະກໍ່ໃນວາລະການເຮັດວຽກໃນວັນທີ 4 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານ, ກວດກາ ແລະ ປຶກສາຫາລືກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ