ຮັກສາສາຍພົວພັນມິດ ຕະພາບ,ການຮ່ວມມືຮອບ ດ້ານຫວຽດນາມ-ລາວ ໃຫ້ໝັ້ນຄົງ


ຮັກສາສາຍພົວພັນມິດ ຕະພາບ,ການຮ່ວມມືຮອບ ດ້ານຫວຽດນາມ-ລາວ ໃຫ້ໝັ້ນຄົງ - ảnh 1

ການ​ເຈລະຈາ​ຂັ້ນສູງ​ຫວຽດນາມ-ລາວ

(ພາບ: vov)

(vovworld) –​​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫ່ຍ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ພັນ​ລະ​ຍາ, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປຊຊ ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ.ລາວ ຈູມມາ​ລີ ​ໄຊ​ຍະ​ສອນ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ລາວ ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ​ແຕ່ວັນ​ທີ 18-21/8. ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ ຈູມມາ​ລີ ​ໄຊ​ຍະ​ສອນ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ລາວ ​ແມ່ນ​ເຫດການ​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ຫວຽ​ດນາມ-​ລາວ​​ ຢ່າງ​ມີ​ຊີວິດ​ຊີວາ.

  ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ ຈູມມາ​ລີ ​ໄຊ​ຍະ​ສອນ ​ໄດ້ມີ​ການ​ພົບ​ປະ​ກັບທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ​ເຈື່ອງ​ເຕີນ​ຊາງ, ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ ​ແລະ ​ແຂວງ​ເລິ​ມດົ່ງ. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ​ແບ່ງປັນ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ.

  ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ ຈູມມາ​ລີ ​ໄຊ​ຍະ​ສອນ ຢືນຢັນ​ວ່າ: ສາຍ​ພົວພັນ​ສາມັກ​ຄີ​ແບບ​ພິ​ເສດ​ຫວຽດນາມ-​ລາວ ​ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳຄ່າ​ຂອງ​ສອງ​ຊາດ​ທີ່​ຕ້ອງ​ຮັກສາ. ພັກ, ລັດ ​ແລະ ປຊຊ ລາວ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳໃຈສາມັກ​ຄີ​ແບບ​ພິ​ເສດ​ ແລະ ການ​ຮ່ວມ​ມື​ຮອບດ້ານຫວຽດນາມ-​ລາວ. ສ່ວນ ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ​ເຈື່ອງ​ເຕີນ​ຊາງ ຢືນຢັນ​ວ່າ: ​ ​ບໍ່​ວ່າໃນ​ສະພາບ​ການ​ໃດ, ຫວຽດນາມ ກໍ່​ຈະເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ລາວ ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳໃຈສາມັກ​ຄີ​ແບບ​ພິ​ເສດ​ ແລະ ການ​ຮ່ວມ​ມື​ຮອບດ້ານຫວຽດນາມ-​ລາວ ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ, ​ເພື່ອ​ການ​ພັດທະນາ​ຄວາມວັດທະນາ​ຖາວອນ​ຂອງ​​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ./.​

ຂ່າວ/ບົດ​ອື່ນ