ຮັກສາແລະເສີມຂະຫຍາຍ ສາຍພົວພັນຫວຽດນາມ - ລາວ

ຮັກສາແລະເສີມຂະຫຍາຍ ສາຍພົວພັນຫວຽດນາມ - ລາວ - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 4
ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ
(ພາບ: daidoanket.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 10/10, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 4 ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ອາຍຸ​ການ 2014 – 2019. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນທ້ຽນ​ເຍີນ ຢືນຢັນ​ວ່າ, ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແມ່ນ​ຄຳ​ສັ່ງ​ຈາກ​ຫົວ​ໃຈ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ປະຊາຊົນ 2 ປະ​ເທດຫວຽດນາມ - ລາວ, ​ໃນ​ນັ້ນ​ມີ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ບັນດາ​ອົງການ​ສະມາຊິກ​ຂອງ​ສະມາຄົມ. ທ່ານ​ປະທານ ຫງວຽນທ້ຽນ​ເຍີ​ນ ​ເຊື່ອ​ໝັ້ນ​ວ່າ, ​ໃນ​ອາຍຸ​ການ​ໃໝ່, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ທຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ ຈະ​ສືບ​ຕໍ່​ຕິດຕາມ​ທັດສະນະ​ຊີ້​ນຳ​ຂອງ​ພັກ​​ໃນ​ສາຍ​ພົວພັນ​ມິດຕະພາບ​ກັບ​ລາວ ຢ່າງ​ໃກ້​ຊິດ; ຍາດ​ແຍ່ງ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ ນຳ​ພາ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ ​ເພື່ອ​ປະຕິບັດ​​ໂຄງການ​​ເຄື່ອນ​ໄຫວ​ເຊິ່ງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທ​ດຄັ້ງ​ທີ 4 ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຮັບຮອງ​ເອົາ​ຢ່າງ​ມີ​ໄຊ; ຢືນຢັນ​ວ່າ ພັກ, ລັດ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ສະມາຄົ​ມປະຕິບັດ​ສຳ​ເລັດ​ພາລະ​ໜ້າ​ທີ່​ອັງ​ສູງ​ສົ່ງ​ຂອງ​ຕົນ.
ຂ່າວ/ບົດ​ອື່ນ