ຮີດ​ຄອງ​ປະ​ເພ​ນີ​ໃນ​ວັນ​ທຳ​ອິດ​ຂອງ​ປີ​ໃໝ່​ຢູ່​ບັນ​ດາ​ປະ​ເທດ​ໃນ​ໂລກ

(VOVWORLD) - ບຸນປີໃໝ່ປະຈຳຊາດ ແມ່ນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອມີມາແຕ່ດົນນານ ແລະ ຂາດບໍ່ໄດ້ໃນການດຳລົງຊີວິດຂອງປະຊາຊົນຫຼາຍປະເທດ ອາຊີ. ນີ້ແມ່ນໂອກາເພື່ອໃຫ້ບັນດາສະມາຊິກໃນຄອບຄົວ ໄດ້ເຕົ້າໂຮມກັນ, ສະແດງຄວາມເຄົາລົບນັບຖືຕໍ່ບັນພະບຸລຸດ, ປູ່ຍ່າຕາຍາຍ, ພໍ່ແມ່ ແລະ ອະຖິຖານຂໍໃຫ້ປີໃໝ່ມີແຕ່ຄວາມສະຫງົບສຸກ.
ຮີດ​ຄອງ​ປະ​ເພ​ນີ​ໃນ​ວັນ​ທຳ​ອິດ​ຂອງ​ປີ​ໃໝ່​ຢູ່​ບັນ​ດາ​ປະ​ເທດ​ໃນ​ໂລກ - ảnh 1ບັນຍາກາດຕ້ອນຮັບບຸນເຕັດຢູ່ ຈີນ (ພາບ: VCG)

ງານບຸນລະດູບານໃໝ່ ຫຼື ບຸນປີໃໝ່ປະຈຳຊາດ ແມ່ນງານບຸນທີ່ເປັນມູນເຊື້ອໃຫຍ່ທີ່ສຸດຂອງ ຈີນ ເມື່ອປະຊາຊົນໃນທົ່ວປະເທດກັບເມືອບ້ານເກີດເມືອງນອນ ເພື່ອເຕົ້າໂຮມພ້ອມກັບຄອບຄົວ. ໃນໂອກາດປີໃໝ່, ປະຊາຊົນ ຈີນ ຈະປະດັບປະດາເຮືອນຊານ ດ້ວຍວິທີແຂວ້ນຄຳກອນຄູ່ຂັດຂະໜານສີແດງ, ໂຄມໄຟສີແດງ, ຕິດເຈ້ຍສີແດງ ແລະ ຈູດບັ້ງໄຟ ເພື່ອາປາດຖະໜາບຸນປີໃໝ່ມີແຕ່ຄວາມເບີກບານມ່ວນຊື່ນ ແລະ ປີໃໝ່ສະຫງົບສຸກ.

        ໃນໂອກາດນີ້, ປະຊາຊົນ ສິງກະໂປ ກໍມັກປະດັບປະດາບັນດາໂຄມໄຟຫຼາກຫຼາຍສີສັນ, ປັດມ້ຽນເຮືອນຊານໃຫ້ສະອາດງາມຕາ, ຊື້ເຄື່ອງຂອງ ແລະ ແຕ່ງບັນດາເຍື່ອງອາຫານທີ່ເປັນມູນເຊື້ອ. ໃນພາເຂົ້າຂອງຊຸມວັນບຸນເຕັດຂອງຊາວ ສິງກະໂປ ສິ່ງທີ່ຂາດບໍ່ໄດ້ແມ່ນເຂົ້າໜົມບົວລອຍ ຫຼື ໝີ່ສາງເຊົາ, ເຊິ່ງເປັນບັນດາເຍື່ອງອາຫານທີ່ເປັນສັນຍາລັກແກ່ການເຕົ້າໂຮມ ແລະ ພົບປະສັງສັນ.


ຕອບກັບ

ຂ່າວ/ບົດ​ອື່ນ