ຮັບປະກັນການຊຸກຍູ້ຄວາມສະເໝີພາບໃນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ)

(VOVWORLD) - ປະມວນກົດໝາຍແຮງງານປີ 2012 ສືບຕໍ່ໄດ້ຮັບການປັບປຸງ ເພື່ອເພີ່ມເຕີມບັນດາຂໍ້ກຳນົດກົດລະບຽບໃໝ່ເພື່ອແນໃສ່ຫັນລັດຖະທຳມະນູນປີ 2013 ...

ຮັບປະກັນການຊຸກຍູ້ຄວາມສະເໝີພາບໃນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) - ảnh 1

ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ  

(ພາບ: baodansinh.vn)

ຕອນເຊົ້າວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບສະຖານທູດ ອົດສະຕາລີ ແລະ ອົງການແມ່ຍິງ ສປຊ (UN Women) ຈັດຕັ້ງກອງປະຊຸມສຳມະນາປຶກສາຫາລື “ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນການປັບປຸງກົດໝາຍວ່າດ້ວຍແຮງງານ”.  

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢັ້ງຢືນວ່າ: ປະມວນກົດໝາຍແຮງງານປີ 2012 ສືບຕໍ່ໄດ້ຮັບການປັບປຸງ ເພື່ອເພີ່ມເຕີມບັນດາຂໍ້ກຳນົດກົດລະບຽບໃໝ່ເພື່ອແນໃສ່ຫັນລັດຖະທຳມະນູນປີ 2013 ກ່ຽວກັບສິດທິມະນຸດໃນຂົງເຂດແຮງງານ, ການພົວພັນແຮງງານ ແລະ ຕະຫຼາດແຮງງານເປັນລະບອບລະບຽບການ.

        ທ່ານນາງ Astrid Bant, ຮັກສາການປະສານງານຂອງສປຊ ປະຈຳ ຫວຽດນາມ, ຖືວ່າ:

        “ການປັບປຸງກົດໝາຍວ່າດ້ວຍແຮງງານຈະເພີ່ມທະວີຂອບເຂດດ້ານນິຕິກຳຂອງ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຮັບປະກັນສິດຂອງແຮງງານຍິງ, ຮັບປະກັນການສ້າງວຽກເຮັດງານທຳເໝາະສົມໃຫ້ແກ່ແຮງງານ ຫວຽດນາມ, ສ້າງກຳລັງແຮງງານເປັນປົກກະຕິ, ມີຄຸນນະພາບສູງໃນໂລກພວມມີການປ່ຽນແປງຫຼາຍຢ່າງ. ບັນດາອົງການ ສປຊ ສືບຕໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ເພີ່ມທະວີຄວາມສາມາດຮັບມືຂອງ ຫວຽດນາມ ຕໍ່ວິກິດການເສດຖະກິດ ກໍ່ຄືໝູນໃຊ້ກາລະໂອກາດຂອງການປະຕິວັດ 4.0, ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ.”

ຕອບກັບ

ຂ່າວ/ບົດ​ອື່ນ