ຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະ ຊັບສິນໃຫ້ແກ່ຂອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນແມ່ນບຸລິມະສິດແຖວໜ້າ

(VOVWORLD) - ເລື່ອງຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະ ຊັບສິນໃຫ້ແກ່ຂອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນ ເຊິ່ງລັດຖະບານໄດ້ຖືເປັນບຸລິມະສິດແຖວໜ້າ. ກະຊວງການຕ່າງປະເທດສືບຕໍ່ຊີ້ນຳບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອິດສະຣາແອນ, ອາຣັບບິ ຊາອຸດິ ແລະ ອີຢິບ ຮັບຜິດຊອບທັງ ລັດປາແລດສະຕິນ ຕິດຕາມສະພາບການຢູ່ພາກພື້ນເກີດການປະທະກັນ
ຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະ ຊັບສິນໃຫ້ແກ່ຂອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນແມ່ນບຸລິມະສິດແຖວໜ້າ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ

ຕອນເຊົ້າວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ, ຫົວໜ້າຄະນະຊີ້ນຳວຽກງານປົກປ້ອງພົນລະເມືອງຂອງກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳເພື່ອປຶກສາຫາລື ກ່ຽວກັບບັນຫາປົກປ້ອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນ ຕໍ່ໜ້າສະພາບການຄວາມເຄັ່ງຕຶງປິນຂັ້ນໄດຢູ່ພາກພື້ນ ຕາເວັນອອກກາງໃນປະຈຸບັນ. ເຂົ້າຮ່ວມກອງປະຊຸມ, ມີທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ແລະ ທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກລັດຖະມົນຕີ, ບັນດາຫົວໜ່ວຍກ່ຽວຂ້ອງຂຶ້ນກັບກະຊວງການຕ່າງປະເທດ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ອິດສະຣາແອນ, ອາຣັບບິ ຊາອຸດິ ແລະ ອີຢິບ ຮັບຜິດຊອບທັງ ລັດປາແລດສະຕິນ.

        ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຮ່າກິມງອັກ ຢັ້ງຢືນວ່າ: ເລື່ອງຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະ ຊັບສິນໃຫ້ແກ່ຂອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນ ເຊິ່ງລັດຖະບານໄດ້ຖືເປັນບຸລິມະສິດແຖວໜ້າ. ກະຊວງການຕ່າງປະເທດສືບຕໍ່ຊີ້ນຳບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອິດສະຣາແອນ, ອາຣັບບິ ຊາອຸດິ ແລະ ອີຢິບ ຮັບຜິດຊອບທັງ ລັດປາແລດສະຕິນ ຕິດຕາມສະພາບການຢູ່ພາກພື້ນເກີດການປະທະກັນ, ກວດກາຄືນຂໍ້ມູນຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ຢ່າງຮີບດ່ວນ, ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງປະຈຳຖິ່ນ ແລະ ບັນດາອົງການກ່ຽວຂ້ອງພາຍໃນປະເທດເພື່ອຜັນຂະຫຍາຍບັນດາວິທີການປົກປ້ອງ ພົນລະເມືອງ ແລະ ມາດຕະການໜູນຊ່ວຍ, ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນໃນກໍລະນີຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ