ຮັບປະກັນຄວາມປອດໄພສິ່ງແວດລ້ອມເມື່ອໂຮງງານກັ່ນນ້ຳມັນ ງີເຊີນ ເຄື່ອນໄຫວ

ຮັບປະກັນຄວາມປອດໄພສິ່ງແວດລ້ອມເມື່ອໂຮງງານກັ່ນນ້ຳມັນ ງີເຊີນ ເຄື່ອນໄຫວ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ຢູ່​ໂຮງ​ງານ​ກັ່ນ​ນ້ຳ​ມັນ ງີ​ເຊ​ີນ

(vovworld) – ວັນ​ທີ 22/4, ເມື່ອ​ລົງ​ຢ້ຽມ​ຢາມ​ເຂດ​ເສດ​ຖະ​ກິດ ງີ​ເຊ​ີນ ແລະ ເຮັດ​ວຽກ​ຢູ່​ໂຮງ​ງານ​ກັ່ນ​ນ້ຳ​ມັນ ງີ​ເຊ​ີນ, ແຂວງ ແທງ​ຮ໋​ວາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ໄດ້​ເນັ້ນ​ໜັກ​ວ່າ: ໂຄງ​ການ​ປະ​ສົມ​ກັ່ນ​ນ້ຳ​ມັນ ງີ​ເຊີນ ແມ່ນ​ໂຄງ​ການ​ມີ​ລັ​ກ​ສະ​ນະ​ ກຳ​ລັງ​ໜູນ, ແຜ່​ລາມ​ຢ່າງ​ກ້​ວາງ​ຂວາງ​ເຖິງ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ເຂດ​ຕອນ​ເໜືອ​ພາກ​ກາງ ແລະ ທົ່ວ​ປະ​ເທດ. ໂຄງ​ການ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນ​າ​ອຸດ​ສາ​ຫະ​ກຳ​ກັ່ນ​ນ້ຳ​ມັນ​ເວົ້າ​ສະ​ເພາະ ແລະ ຂະ​ແໜງ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ເວົ້າ​ລວມ, ສຳ​ລັບ​ການ​ເຕີບ​ໂຕ​ຂອງ GDP ຫວຽດ​ນາມ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ພະ​ລັງ​ງານ. ເພື່ອ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ສະ​ເໜີ​ໃຫ້​ບັນ​ດາ​ເຈົ້າ​ຂອງໂຄງ​ການ​ລົງ​ທຶນ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ນັກ​ປະ​ມູນ​ຈົ່ງ​ສະ​ຫລຸບ​ສ່ວນ​ກົນ​ຈັກ ເພື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ​ທົດ​ລອງ ແລະ ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ໃນ​​ໄວໆ​ນີ້. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕັກ​ເຕືອນ​ໃຫ້​ແຂວງ ແທງ​ຮ໋​ວາ, ກະ​ຊ​ວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການຕິດ​ຕາມກວດ​ກາ​ຢ່າງ​ແໜ້ນ​ແຟ້ນ​ບັນ​ດາ​ມາດ​ຖານ​ສິ່ງ​ແວດ​ລ້ອມ​ເມື່ອ​ເຄື່ອນ​ໄຫວ​ທົດ​ລອງ, ​ເດັດ​ດຽວບໍ່​ເອົາ​ສິ່ງ​ໃດແລກ​ກັບສິ່ງ​ແວດ​ລ້ອມ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ການ​ເຕີບ​ໂຕ.


ຕອບກັບ

ຂ່າວ/ບົດ​ອື່ນ