ຮັບປະກັນຄວາມປອດໄພໃຫ້ຄົນງານຫວຽດນາມພວມເຮັດວຽກຢຸ່ລີບີ

ຮັບປະກັນຄວາມປອດໄພໃຫ້ຄົນງານຫວຽດນາມພວມເຮັດວຽກຢຸ່ລີບີ - ảnh 1
ຄົນ​ງານ 79 ຄົນ​ໃນ​ຈຳນວນ 500 ຄົນໂດຍບໍລິສັດ Sona ​ຄຸ້ມ​ຄອງ​​ກັບ​ເມືອ ຫວຽດນາມ​ທາງ​ການບິນ
(ພາບ: Hữu Việt/TTXVN)

(vovworld) – ຕໍ່ໜ້າ​ສະພາບ​ການ​ສູ້​ຮົບ​ຢູ່ ລີ​ບີ ພວມ​ມີ​ສັນຍານ​ປິນຂັ້ນ​ໄດ, ​ແຜ່​ລາມ​ອອກ​ຢ່າງ​ກ້ວາງຂວາງ, ພິ​ເສດ​ແມ່ນ​ຢູ່ 2 ນະຄອນ​ໃຫຍ່: Tripoli ​ແລະ Bengazi, ທ່ານ ຫງວຽນ​ງອກ​ກວີ່​ງ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ຄົນ​ງານ​ຕ່າງປະ​ເທດ (ກະຊວງ​​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຫວຽດນາມ), ​ໃຫ້​ຮູ້​ວ່າ: ກະຊວງ​ພວມ​ລາຍ​ງານ​ຕໍ່​ລັດຖະບານ​ກ່ຽວ​ກັບ​ວິທີ​ການ​ປົກ​ປ້ອງ​ຄວມປອດ​ໄພ​ໃຫ້​ແກ່​ຄົນ​ງານ ຫວຽດນາມ ທີ່ພວມ​ເຮັດ​ວຽກ​ຢູ່ ລີ​ບີ. ຕາມ​ທ່ານ ຫງວຽນ​ງອກ​ກວີ່​ງ​ແລ້ວ, ກະຊວງ​​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຮຽກຮ້ອງ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຕິດຕາມ​ສະພາບ​ການ, ຖ້າ​​ເກີດກໍລະນີອັນຕະລາຍ, ຕ້ອງ​ໃຫ້ຄົນ​ງານ​​​ອົບ​ພະຍົບໃນ​ທັນທີ. ປະຈຸ​ບັນ, ມີ​ຄົນ​ງານ ຫວຽດນາມ​ປະມານ 1.750 ຄົນ ພວມ​ເຮັດວຽກ​ຢູ່ ລີ​ບີ, ​ໃນ​ນັ້ນ​ມີ​ກ່ວາ 200 ຄົນ​ພວມ​ເຮັດ​ວຽກ​ຢູ່​ນະຄອນ Tripoli ​ແລະ Bengazi.

    ​ໃນ​ຂະນະ​ນັ້ນ, ຕາມ​ທ່ານ ຫງວຽນ​ດຶກ​ນາມ, ຮອງ​ຜູ້ອຳ​ນວຍການ​ບໍລິສັດ​ສະໜອງ​ແຫຼ່ງຊັບພະຍາກອນ​ມະນຸດ Sona ​ແລ້ວ, ​ໃນ​ຕອນຄຳ່​ວັນ​ທີ 29/7, ມີ​ຄົນ​ງານ 79 ຄົນ​ໃນ​ຈຳນວນ 500 ຄົນ​ເຊິ່ງບໍລິສັດ​ນີ້​ຄຸ້ມ​ຄອງ​​ກັບ​ເມືອ ຫວຽດນາມ​ທາງ​ການບິນ. ຈຳນວນ​ຄົນ​ງານ​ຍັງ​​ເຫຼືອ​ຈະ​ໄດ້​ກັບ​ເມື​ອ ຫວຽດນາມ ​ຫຼື​ຈະ​ໄດ້​ຮັບ​ວຽກ​ງານ​ໃນ​ກິດຈະກຳ​ຕ່າງໆ​ຂອງ​ບໍລິສັດ​ຢູ່​ປະ​ເທດ​ອື່ນໆ (ຖ້າ​ຫາກ​ມີ).

 





ຂ່າວ/ບົດ​ອື່ນ