ຮັບປະກັນຄວາມປອດໄພໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຢູແກຼນ

ຮັບປະກັນຄວາມປອດໄພໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຢູແກຼນ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ

(vovworld) –  ​ວັນ​ທີ 28/1/2015, ເມື່ອ​ຕອບ​ສຳ​ພາດ​ນັກ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ຊາວ ຫວຽດ​ນາມ ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ ໃຫ້​ຮູ້​ວ່າ: ຍ້ອນ​ສ​ະ​ພາບ​ການ​ຢູ່​ບາງ​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ຢູ​ແກຼນ ມ​ີ​ການ​ຜັນ​ແປ​ສັບ​ສົນ​ໃໝ່, ກະ​ຊວງ​ການ​ຕ່າງ​ປະ​ເທດ ຊີ້​ນຳ​ໃຫ້​ສະ​ຖານ​ທູ​ດ ຫວຽດ​ນາມ ປ​ະ​ຈຳ ຢູ​ແກຼນ ຕິດ​ຕາມກວດ​ກາ​ຢ່າງ​ແໜ້ນ​ແຟ້ນ, ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ທີ່ນີ້, ​ຍົກ​ຍ້າຍ​ພົນ​ລະ​ເມືອງ ຫວຽດ​ນາມ ອອກ​ຈາກ​ເຂດ​ອັນ​ຕະ​ລາຍ​ໂດຍ​ໄວ. ມາ​ຮອດ​ປະ​ຈຸ​ບັນ, ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ພົນ​ລະ​ເມືອງ ຫວຽດ​ນາມ ຖືກ​ຜົນ​ຮ້າຍ​ຍ້ອນ​ບັນ​ດາ​ການ​ຜັນ​ແປ​ຢູ່​ບາງ​ເຂດ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ.

        ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ກໍ່​ສົມ​ທົບ​ກັນ​ຢ່​າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່​ບັນ​ດາ​ທ້ອງ​ຖິ່ນ​ແກ້​ໄຂ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ໜູນ​ຊ່ວຍ​ເມື່ອ​ມີ​ການ​ຜັນ​ແປບໍ່​ເປັນ​ປົກ​ກະ​ຕິ​ຢ່າງ​ທັນ​ການ, ຫັນ​ຊີ​ວິດ​ການ​ເປັນ​ຢູ່​ຢູ່​ເຂດ​ປອດ​ໄພ​ເປັນ​ປົກ​ກະ​ຕິ, ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ຕ້ອງ​ການ​ກັບ​ເມືອ​ປະ​ເທດ​ຢ່າງ​ຮີບ​ດ່ວນ.


ຂ່າວ/ບົດ​ອື່ນ