ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນໃນການປ້ອງກັນ,ຕ້ານນ້ຳຖ້ວມ

ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນໃນການປ້ອງກັນ,ຕ້ານນ້ຳຖ້ວມ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍເປັນປະທານກອງປະຊຸມ
ພາບ:diemtinvietnam.vn


 (vovworld)- “ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ ​ແລະ ຍູ້​ແຮງ​ການ​ໂຄສະນາ​ໃນ​ການ​ປ້ອງ​ກັນ, ຕ້ານ​ນ້ຳຖ້ວ​ມ, ນຳ້ປາ​ໄຫລຊຸ, ​ດິນເຊາະ​ເຈືອ​ນ”. ນັ້ນ​ແມ່ນ​ການ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ທີ່​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ນຳ້​ຖ້ວມ, ນຳ້ປາ​ໄຫລ​ຊຸ ​ແລະ ​ດິນເຊາະ​ເຈືອ​ນ ປີ 2014 ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 21/8 ຢູ່ ຮ່າ​ໂນ​້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຊີ້​ແຈ້ງວ່າ: ບັນດາ​ທ້ອງ​ຖິ່ນ ຄວນ​ກວດກາ​ບັນດາ​ສະຖານ​ທີ່​ມີ​ຄວາມ​ສ່ຽງ​ຈະ​ເກີດ​ນຳ້ຖວມ, ນຳ້ປາ​ໄຫລຊຸ ​ແລະ ​ດິນເຊາະ​ເຈືອ​ນ, ຈາກ​ນັ້ນ ສ້າງ​ແຜນການ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮັບ​ມື. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ຫນັກ​ວ່າ: ຈຸດໝາຍ​ສຳຄັນ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ເວົ້າ​ລວມ ​ແລະ ນຳ້​ຖ້ວມ, ນຳ້ປາ​ໄຫລຊຸ ​ແລະ ​ດິນເຊາະ​ເຈືອ​ນ ​ເວົ້າ​ສະ​ເພາະ ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ, ພິ​ເສດ ​ແມ່ນ​ເຂດ​ຊົນ​ເຜົ່າ​.

        “ພວກ​ເຮົາ​ຕ້ອງ​ສະຫນອງຂໍ້​ມູນ​ຂ່າວສານ, ຄວາມ​ຮູ້​ກ່ຽວ​ກັບ​ໄພ​ນາບ​ຂູ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ໃຫ້​ປະຊາຊົນ​ຮູ້ຈັກ​ມາດ​ຕະການ​ຮັບ​ມື​ກັ​ບ​ໄພ​ທຳ​ມະ​ຊາດ​ຄື​ແນວ​​ໃດ. ຮູບ​ການ ​ແລະ ວິທີ​ການ​ໂຄສະນາ​ຢູ່​ເຂດ​ພູດ​ອຍ ຕ້ອງ​ຕ່າງ​ກັບ​ເຂດ​ທົ່ງພຽງ. ຕ້ອງ​ສ້າງ​ບັນດາ​ແຜນ​ຮ່າງ, ​ແຜນການ​ລະອຽດ​ໃນ​ບັນຫາ​ນີ້.”

ຂ່າວ/ບົດ​ອື່ນ