ຮັບປະກັນປະຕິບັດທັດສະນະ,ແນວທາງຂອງພັກ,ລັດໃນວຽກງານສາສະໜາ

ຮັບປະກັນປະຕິບັດທັດສະນະ,ແນວທາງຂອງພັກ,ລັດໃນວຽກງານສາສະໜາ - ảnh 1
ກອງ​ປະຊຸມ​ຕີ​ລາຄາ​ການສົມທົບ​ກັນ​ປະຕິບັດ​
ວຽກ​ງານ​ສາສະໜາ​ໃນ 6 ​ເດືອນ​ຕົ້ນ​ປີ 2015
(ພາບ: TTXVN)

(vovworld) - ກອງ​ປະຊຸມ​ຕີ​ລາຄາ​ການສົມທົບ​ກັນ​ປະຕິບັດ​ວຽກ​ງານ​ສາສະໜາ​ໃນ 6 ​ເດືອນ​ຕົ້ນ​ປີ 2015 ລະຫວ່າງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກັບ​ບັນດາ​ອົງການ​ສະມາຊິກ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຢູ່​ສູນ​ກາງ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/7, ຢູ່​ ຮ່າ​ໂນ້ຍ. ​ໃນ 6 ​ເດືອນ​ຜ່ານ​ມາ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ສະມາ​ຊິກ​ເຂົ້າ​ຮ່ວມ​ການ​ເບິ່ງ​ແບ​ງດູ​ແລ, ​ແກ້​ໄຂ​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ມຸ້ງ​ມາດ​ປາຖະໜາ, ຂໍ້​ສະ​ເໜີ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ, ສາສະໜາ; ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ເຂດ​ທີ່​ມີ​ປະຊາຊົນ​ເຊື່ອ​ຖືສາສະໜາ... ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ, ນັບ​ແຕ່​ນີ້​ເຖິງ​ທ້າຍ​ປີ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ບັນດາ​ອົງການ​ສະມາຊິກ ​ຈະ​ສົມທົບ​ກັນ, ​ເປັນ​ເສນາ​ທິການ​ກໍ່ສ້າງ​ແຜນ​ງານ​ຂອງ​ກົມ​ການ​ເມືອງ​ ກ່ຽວ​ກັບ “​ເພີ່ມ​ທະວີ​ການ​ຂົນຂວາຍ, ສາມັກຄີ​ບັນດາ​ສາສະໜາ​ຢູ່​ຫວຽດນາມ ໃນ​ປະຈຸ​ບັນ“, ສົມທົບ​ກັນ​ຜັນ​ຂະຫຍາຍ​ແຜນ​ງານ “ປ່ຽນ​ໃໝ່​ວຽກ​ງານ​ສາສະໜາ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ“; ​ເພີ່ມ​ທະວີ​ການ​ພົບ​ປະ, ສົນທະນາ, ​ເຕົ້າ​ໂຮມ​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ້ງ​ມາດ​ປາຖະ​ໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ຜູ້​ຖື​ສາສະໜາ​ຕ່າງໆ ​ເພື່ອ​ສ່ອງ​ແສງ, ສະ​ເໜີ​ຕໍ່​ພັກ, ລັດ; ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ເຂດ​ສາສະໜາ.


ຂ່າວ/ບົດ​ອື່ນ