ຮູບພາບ ຫວຽດນາມ ສາມັກຄີ, ເປັນຈິດໜຶ່ງໃຈດຽວຈາກສາຍຕາຂອງເພື່ອນມິດ ການາດາ

(VOVWORLD) - ຕອນຄ່ຳວັນທີ 28 ເມສາ, ສະຫະສະມາຄົມມິດຕະພາບ ການາດາ - ຫວຽດນາມ (CVFS) ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ເພື່ອເຊື່ອມຕໍ່ເພື່ອນມິດ ການາດາ ກັບປະຊາຄົມຊາວ ຫວຽດນາມ ຢູ່ ການາດາ. 

ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບົດບາດສຳຄັນ, ການຊີ້ນຳນຳພາຢ່າງສະຫລາດສ່ອງໃສ ແລະ ເກັ່ງກ້າສາມາດຂອງພັກກອມມູນິດ ຫວຽດນາມ ໃນວິວັດທະນາການປະຕິວັດ ຫວຽດນາມ ແລະ ໃນໄລຍະໃໝ່; ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງຂອງໂລກ…

ຮູບພາບ ຫວຽດນາມ ສາມັກຄີ, ເປັນຈິດໜຶ່ງໃຈດຽວຈາກສາຍຕາຂອງເພື່ອນມິດ ການາດາ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາອອນລາຍ (ພາບ: TTXVN)

        ທ່ານ Philip Fernandez, ສະມາຊິກ CVFS ຢັ້ງຢືນວ່າ: ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໃນວັນນີ້ ໄດ້ດຶງດູດຄວາມສົນໃຈຂອງໂລກ ເມື່ອບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງໃນວິວັດທະນາການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ

        ທີ່ກອງປະຊຸມສຳມະນາອອນລາຍ, ບັນດາຜູ້ແທນ ການາດາ ກໍ່ສະແດງຄວາມນິຍົມນັບຖືຕໍ່ວິທີການຮັບມືຂອງ ຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ