ຮູບພາບທະເລ, ໝູ່ເກາະ ຫວຽດນາມ ໃນສະແຕມໄປສະນີ ຝະຣັ່ງ

(VOVWORLD) - ສະແຕມ 5 ຊຸດ, ດ້ວຍຮູບພາບພັນລະນາບັນດາທິວທັດທຳມະຊາດທີ່ສວຍສົດງົດງາມຂອງທະເລໝູ່ເກາະ ຫວຽດນາມ ຄື: ເກາະ ລີເຊີນ, ຫາດຫີນ ດ໋າເດຍ, ອ່າວ ຫ້າລອງ, ໝູ່ເກາະ ເຈື່ອງຊາ ຫຼື ເກາະ ຊອງຕືໄຕ…
ຮູບພາບທະເລ, ໝູ່ເກາະ ຫວຽດນາມ ໃນສະແຕມໄປສະນີ ຝະຣັ່ງ - ảnh 1 ພິທີສະເໜີຕົວຊຸດສະແຕມ

ໂດຍກຸ່ມບໍລິສັດໄປສະນີ ຝະຣັ່ງ - La Poste ຈະໄດ້ຈຳໜ່າຍກ້ວາງຂວາງຢ່າງເປັນທາງການໃນໄລຍະຈະມາເຖິງ.

        ພິທີສະເໜີຕົວຊຸດສະແຕມໄດ້ຈັດຕັ້ງຢູ່ສຳນັກງານຂອງອົງການສຶກສາ - ວິທະຍາສາດ - ວັດທະນະທຳ ສະຫະປະຊາຊາດ UNESCO ໃນຕອນຄ່ຳວັນທີ 22/11, ໃນເຫດການວາງສະແດງ ແລະ ສະແດງວັດທະນະທຳທີ່ມີຊື່ວ່າ “ຄວາມໃຫຍ່ໂຕມະໂຫຖານຂອງທະເລ ຫວຽດນາມ”. ກ່າວຄຳເຫັນນະທີ່ນີ້, ຜູ້ຕາງໜ້າຂອງກຸ່ມບໍລິສັດໄປສະນີ ຝະຣັ່ງ ທ່ານ Bernard Combes ໃຫ້ຂໍ້ສັງເກດວ່າ:

        “ຢູ່ຍຸກສະໄໝເຕັກໂນໂລຢີດີຈີຕອນໃນປະຈຸບັນ, ບັນດາ ສະແຕມ ຍັງຄົງມີຄວາມໝາຍໂຄສະນາ ແລະ ສົ່ງສານຢ່າງໃຫຍ່ຫລວງ. ສຳລັບພວກຂ້າພະເຈົ້າແລ້ວ, ນີ້ແມ່ນຄວາມເປັນກຽດ ເມື່ອໄດ້ຮ່ວມເດີນທາງປະຕິບັດຊຸດສະແຕມທຳອິດນີ້ ກ່ຽວກັບຄວາມໃຫຍ່ໂຕມະໂຫຖານຂອງທະເລ, ໝູ່ເກາະ ຫວຽດນາມ ເພື່ອປະກອບສ່ວນໂຄສະນາເຜີຍແຜ່ຮູບພາບຂອງປະເທດ ຫວຽດນາມ ຢູ່ ຝະຣັ່ງ ກ່ວາອີກ. ສະແຕມ 5 ຊຸດນັ້ນ ມີຄວາມປະທັບໃຈທີ່ສຸດກ່ຽວກັບບັນດາທິວທັດທຳມະຊາດ ທີ່ໄດ້ຮັບຖືວ່າປຽບເໝືອນຊັບສົມບັດຂອງ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ