ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແມ່ນ ຂົງ​ເຂດ​ມີ​ການ​ຮ່ວມ​ມື​ທີ່​ມີ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິກ​າ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຕອນບ່າຍວັນທີ 23 ກຸມພາ, ຢູ່ສຳນັກງານ ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ໃຫ້ການຕ້ອນຮັບທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ.

ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແມ່ນ ຂົງ​ເຂດ​ມີ​ການ​ຮ່ວມ​ມື​ທີ່​ມີ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິກ​າ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິງ ຕ້ອນຮັບທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິງ ໄດ້ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃຫ້ພັດທະນາທີ່ເປັນປົກກະຕິ, ຍາວນານ, ແທດຈິງ ແລະ ມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານອາເມລິກາ ເຊິ່ງມາຮອດປັດຈຸບັນໄດ້ໜູນຊ່ວຍຫວຽດນາມ ວັກຊິນກັນໂຄວິດ - 19 ລວມທັງໝົດ ກ່ວາ 29 ລ້ານໂດສ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວາ ບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນຂົງເຂດການຮ່ວມມືທີ່ມີລັກສະນະຍຸດທະສາດລະຫວ່າງສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ທ່ານ John Kerry ສືບຕໍ່ສະໜັບສະໜູນ ອາເມລິກາ ເພີ່ມທະວີການໜູນຊ່ວຍດ້ານການເງິນ, ເຕັກນິກ ໃຫ້ແກ່ ຫວຽດນາມ ເພື່ອນຳການປ່ອຍອ້າຍກາກບອນລົງລະດັບ 0 ໃນປີ 2050 ຄືຄຳໝັ້ນສັນຍາຢູ່ COP 26.

ສ່ວນທ່ານທູດພິເສດ John Kerry ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບການເຄົາລົບຄວາມເປັນລະບອບລະບຽບການນະໂຍບາຍ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ທ່ານກໍ່ເນັ້ນໜັກວ່າ ອາເມລິກາສືບຕໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ແລະ ມີຄວາມຫວັງຢາກຍົກລະດັບກນາພົວພັນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ