ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕ້ອງມີການເຂົ້າຮ່ວມຂອງທັງປະຊາຊົນ ແລະ ວິສາຫະກິດ

ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕ້ອງມີການເຂົ້າຮ່ວມຂອງທັງປະຊາຊົນ ແລະ ວິສາຫະກິດ - ảnh 1
(ພາບປະກອບ)

(vovworld) – ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຄຽງຂ້າງ​ການ​ເປັນ​ເຈົ້າ​ການ, ຄວາມ​ມານະ​ພະຍາຍາມ​ຂອງ​ລັດ, ການ​ໜູ​ນຊ່ວຍ​ຂອງ​ສາກົນ, ຕ້ອງ​​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ແທດ​ຈິງ​ຂອງ​ປະຊາຊົນ, ບັນດາ​ອົງການ​ການ​ເມືອງ - ສັງຄົມ, ກໍ່​ຄື​ບັນດາ​ວິ​ສາ​ຫະກິດ. ນັ້ນ​ແມ່ນຄຳ​ເຫັນ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິ​ງກວາງ ​ໃນ​ລາຍການ “ປະຊາຊົນ​ຖາມ - ລັດຖະມົນຕີວ່າການ​ຕອບ” ​​ວັນ​ທີ 05/04. ຕາມ​ທ່ານ​ລັດຖະມົນຕີ​ວ່າການ ຫງວຽນ​ມິ​ງກວາງ ​ແລ້ວ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 5 ປະ​ເທດ​ໃນ​ໂລກ​ທີ່​ຖືກ​ຜົນກະທົບ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເຕື້ອງ​ເຖິງ​ບັນດາ​ມາດ​ຕະການ​ແກ້​ໄຂ​ຂອງ​ລັດຖະບານ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ທ່ານ​ລັດຖະມົນຕີ​ວ່າການ ຫງວຽນ​ມິ​ງກວາງ ​ໃຫ້​ຮູ້​ວ່າ, ທ່ານ​ນາຍົກລັດຖະມົນຕີໄດ້​ປະກາດ​ໃຊ້​ຍຸດ​ທະ​ສາດ, ​ແຜນການ​ເຄື່ອນ​ໄຫວ​ແຫ່ງ​ຊາດກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ປີ 2015, ລັດຖະບານ​ໄດ້​ສະ​ງວນຈຳນວນ​ເງິນ 3.000 ຕື້​ດົງ ​ເພື່ອ​ລົງທຶນ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຮີບ​ດ່ວນ​ແນ​ໃສ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ຂ່າວ/ບົດ​ອື່ນ