ຮັບ​ເອົາ​ບັນ​ດາ​ຄຳ​ເຫັນ​ທີ່​ຖື​ກ​ຕ້ອງຢ່າງ​ເຂັ້ມ​ງວດ, ສ້າງ​ຮ່າງ​ເອ​ກະ​ສານ ກອງ​ປະ​ຊຸມ​ໃຫຍ່​ ​ຄັ້ງທີ XIII ຂອງ​ພັກ ໃຫ້​ສົມ​ບູນ​ແບບ

(VOVWORLD) -ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າ: ບັນດາໜ່ວຍງານຮຽບຮຽງ, ບັນດາອະນຸກຳມະການຕ້ອງສຸມໃສ່, ຮີບເຮັ່ງສ້າງບັນດາຮ່າງເອກະສານໃຫ້ສົມບູນແບບ, ຮັບປະກັນເນື້ອໃນຢ່າງຖືກຕ້ອງ. ບົາຍງານທີ່ກອງປະຊຸມໃຫຍ່ຕ້ອງໄດ້ສ້າງໃຫ້ສົມບູນແບບ ແລະ ສ່ອງແສງສຽງເວົ້າລວມໄດ້, ສະແດງໃຫ້ເຫັນບົດບາດນຳພາຂອງພັກ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ
ຮັບ​ເອົາ​ບັນ​ດາ​ຄຳ​ເຫັນ​ທີ່​ຖື​ກ​ຕ້ອງຢ່າງ​ເຂັ້ມ​ງວດ, ສ້າງ​ຮ່າງ​ເອ​ກະ​ສານ ກອງ​ປະ​ຊຸມ​ໃຫຍ່​ ​ຄັ້ງທີ XIII ຂອງ​ພັກ ໃຫ້​ສົມ​ບູນ​ແບບ - ảnh 1 ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 8 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກ ເພື່ອຮັບເອົາບັນດາຄຳເຫັນປະກອບຂອງບັນດາອົງຄະນະພັກຂຶ້ນກັບສູນກາງ, ບັນດາສະມາຊິກສະພາແຫ່ງຊາດ, ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ປຶກສາຫາລື, ປະກອບຄຳເຫັນເພື່ອສ້າງ ຮ່າງເອກະສານໃຫ້ສົມບູນແບບໃນຄັ້ງສຸດທ້າຍ, ກະກຽມຍື່ນສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງທີ 14, ຂຸດທີ XII ພິຈາລະນາ, ຕັດສິນ, ສຳເລັດວຽກງານກະກຽມຮ່າງເອກະສານຂອງກອງປະຊຸມໃຫຍ່ຂອງພັກຄັ້ງທີ XIII. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າ: ບັນດາໜ່ວຍງານຮຽບຮຽງ, ບັນດາອະນຸກຳມະການຕ້ອງສຸມໃສ່, ຮີບເຮັ່ງສ້າງບັນດາຮ່າງເອກະສານໃຫ້ສົມບູນແບບ, ຮັບປະກັນເນື້ອໃນຢ່າງຖືກຕ້ອງ. ບົາຍງານທີ່ກອງປະຊຸມໃຫຍ່ຕ້ອງໄດ້ສ້າງໃຫ້ສົມບູນແບບ ແລະ ສ່ອງແສງສຽງເວົ້າລວມໄດ້, ສະແດງໃຫ້ເຫັນບົດບາດນຳພາຂອງພັກ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຮ່າງເອກະສານກອງປະຊຸມໃຫຍ່ຕ້ອງກະກຽມຢ່າງລະອຽດ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ພັກ, ນຳປະເທດຊາດກ້າວເຂົ້າໄລຍະພັດທະນາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ