ຮີບເຮັ່ງຟື້ນ​ຟູ​ການ​ຜະ​ລິດ​ກະ​ສິ​ກຳ​ພາຍຫຼັງ​ໄພ​ທຳ​ມະ​ຊາດ

(VOVWORLD) -ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເນັ້ນໜັກວ່າ ຈະສຸມໃສ່ເຂົ້າຂົງເຂດການປູກຟັງ ແລະ ລ້ຽງສັດ ເພື່ອຊ່ວຍໃຫ້ປະຊາຊົນຟື້ນຟູການຜະລິດ ແລະ ນຳການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.
ຮີບເຮັ່ງຟື້ນ​ຟູ​ການ​ຜະ​ລິດ​ກະ​ສິ​ກຳ​ພາຍຫຼັງ​ໄພ​ທຳ​ມະ​ຊາດ - ảnh 1 ພາບປະກອບ

ທີ່ການເຮັດວຽກໃນຕອນບ່າຍວັນທີ 17 ພະຈິກ, ເພື່ອ ປຶກສາຫາລື ວິທີການຟື້ນຟູການຜະລິດກະສິກຳຢູ່ບາງທ້ອງຖິ່ນທີ່ຖືກຜົນສະທ້ອນຈາກໄພທຳມະຊາດ ໃນໄລຍະທີ່ຜ່ານມາ, ທ່ານຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເນັ້ນໜັກວ່າ ຈະສຸມໃສ່ເຂົ້າຂົງເຂດການປູກຟັງ ແລະ ລ້ຽງສັດ ເພື່ອຊ່ວຍໃຫ້ປະຊາຊົນຟື້ນຟູການຜະລິດ ແລະ ນຳການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ. ທ່ານລັດຖະມົນຕີ ຫງວຽນຊວັນເກື່ອງ ຊີ້ແຈ້ງວ່າ:

ຂົງເຂດກະສິກຳຕ້ອງສຸມໃສ່ ຍູ້ໄວວິວັດການຟື້ນຟູການຜະລິດ. ວຽກງານທຳອິດແມ່ນຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານສະບຽງອາຫານ ແຕ່ນີ້ຈົນຮອດທ້າຍປີ, ເປັນຕົ້ນແມ່ນໃນໂອກາດບຸນເຕັດ, ຮຽກຮ້ອງໃຫ້ກົມໃຫຍ່ປ້ອງກັນ, ຕ້ານໄພທຳມະຊາດ ຊຶ່ງແມ່ນອົງການປະຈຳການ ຮີບເຮັ່ງກວດກາ ຮອດອາທິດໜ້າຕ້ອງມີຂໍ້ມູນສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ