ຮູບແບບສະຫະກອນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ

ຮູບແບບສະຫະກອນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດສະຫະພັນ​
ສະຫະກອນ ຫວຽດນາມ ຄັ້ງ​ທີ 5

(vovworld) -  ​​ດ້ວຍ​ຫົວ​ຂໍ້ “ສາມັກຄີ, ປ່ຽນ​ໃໝ່, ​ເຊື່ອ​ມ​ໂຍງ, ພັດທະນາ​ແບບ​ຍືນ​ຍົງ”, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດສະຫະພັນ​ສະຫະກອນ ຫວຽດນາມ ຄັ້ງ​ທີ 5 ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/07 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້​ແທນ​ກ່ວາ 500 ທ່ານ ທີ່​ຕາງ​ໜ້າ​ໃຫ້​ສະມາຊິກ 13 ລ້ານ​ຄົນ​ຂອງ​ສະຫະກອນ ​ແລະ ສະຫະພັນ​ສະຫະກອນ​ກ່ວາ 20.000 ​ແຫ່ງ, ໜ່ວຍ​ສະຫະກອນ 15.000 ​ແຫ່ງ. ​ໃນ 5 ປີຜ່ານມາ, ​ເຂດ​ເສດຖະກິດ​ຮ່ວມ​ມື​ໃນ​ທົ່ວ​ປະ​ເທດ​ໄດ້​ປ່ຽນ​ໃໝ່​ກ່ຽວ​ກັບ​ການຈັດ​ຕັ້ງ, ​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ​, ຮັບ​ມື​ນັບ​ມື້​ນັບ​ດີ​ກ່ວາ​ໃນ​ກົນ​ໄກ​ການ​ຕະຫລາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຢັ້ງຢືນ​ບົດບາດ, ທີ່​ຕັ້ງ​ຂອງ​ເຂດ​ເສດຖະກິດ​ຮ່ວມ​ມື​ໃນ​ພື້ນຖານ​ເສດຖະກິດ​ຢ່າງ​ຈະ​ແຈ້ງ​ກ່ວາ; ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ຮັບປະກັນຊີວິດ​ສັງຄົມ, ສະຖຽນ​ລະ​ພາບດ້ານ​ການ​ເມືອງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເນັ້ນ​ໜັກ​ວ່າ:

        “​ໂດຍ​ຜ່ານ 30 ກ່ວາປີ, ບັນດາ​ຄອບຄົວ​ຜະລິດສ່ວນ​ຕົວ ຫວຽດນາມ ຍາມ​ໃດ​ກໍ່​ເຂົ້າ​ຮ່ວມ​ລະບົບ​ການ​ຜະລິດ ​ແລະ ຈຳໜ່າຍຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ. ​ແຕ່ນັ້ນ​ແມ່ນ​ການ​ເຂົ້າ​ຮ່ວມ​ໃນທ່າ​ຮັບ ບໍ່​ເປັນ​ເຈົ້າ​ການ, ບໍ່​ມີ​ຄວາມ​ສາມາດ​ເຈລະຈາ, ​ເລືອກ​ເຟັ້ນ​ເພື່ອ​ຮັບປະກັນສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ. ຮູບ​​ແບບ​ສະຫະກ​ອນ, ສະຫະພັນ​ສະຫະກອນ​ແມ່ນ​ເສັ້ນທາງພື້ນຖານ ​ເພື່ອ​ໃຫ້​ບັນດາ​ຄອບຄົວ​ຜະລິດສ່ວນ​ຕົວກາຍ​ເປັນ​ເຈົ້າ​ການ​ດ້ານເສດຖະກິດ, ຖານະນິຕິບຸກຄົນ, ມີ​ກຳລັງ​ແກ່ງ​ແຍ້​ງ, ​ເປັນ​​ເຈົ້າ​ການ​ຮ່ວມ​ສຳພັນ, ຮ່ວມ​ມື ​ແລະ ​ຈຳໜ່າຍ​ຜະລິດ​ຕະພັນ. ”

 

 

ຂ່າວ/ບົດ​ອື່ນ