ຮັບໃບຢັ້ງຢືນຮັບຮອງ Con Son, Kiep Bac ເຂດປູຊະນີຍະສະຖານ ລະດັບຊາດພິເສດ

ຮັບໃບຢັ້ງຢືນຮັບຮອງ Con Son, Kiep Bac ເຂດປູຊະນີຍະສະຖານ ລະດັບຊາດພິເສດ - ảnh 1
ພິທີຮັບ​ໃບ​ຢັ້ງຢືນ​
(ພາບ: dantri.com.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 1/10, ຢູ່​ວັດ Kiep Bac, ​ເທດສະບານ Chi Linh, ​ແຂວງ Hai Duong, ​ໄດ້​ດຳ​ເນີນ​ພິທີຮັບ​ໃບຮັບຮອງ​ເຂດ​ປູຊະ​ນີຍະສະ​ຖານ​ລະ​ດັບຊາດ​ພິ​ເສດ​ໃຫ້​ແກ່​ເຂດປູຊະນີຍະສະ​ຖານປະ​ຫວັດ​ສາດ Con Son, Kiep Bac. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ມອບໃບ​ຢັ້ງຢືນຮັບຮອງ​ເຂດ​ປູຊະ​ນີຍະສະ​ຖານ​ລະດັບ​ຊາດພິ​ເສດ​ໃຫ້​ເຂດ​ປູຊະນີຍະສະຖານ​ປະຫວັດສາດ Con Son, Kiep Bac ​ແລະ ສະ​ເໜີ​ໃຫ້​ແຂວງ Hai Duong ອະນຸ​ລັກ​ຮັກສາ, ບຸລະນະ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ປະ​ຫວັດ​ສາດ,​ ວັດທະນະທຳ​ຂອງ​ເຂດປູຊະນີຍະສະ​ຖານ Con Son, Kiep Bac ກວ່າ​ອີກ. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຊີ້​ແຈ້ງວ່າ.

        “​ນັບ​ແຕ່​ມື້​ນີ້, ​ແຂວງ Hai Duong ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​​ເຮັດ​ໃຫ້ເຂດປູຊະນີຍະສະ​ຖານ Con Son, Kiep Bac ​ສົມ​ເປັນ​ເຂດ​ປູຊະນີຍະສະ​ຖານວັດທະນະທຳ​ພິ​ເສດ. ກອນ​ອື່ນ​ໝົດ​ຕ້ອງ​ວາງ​ແຜນກຳນົດເພ່ືອ​ພັດທະນາ​ສັງ​ລວມ, ຕິດ​ພັນ​ກັບ​ການທ່ອງທ່ຽວ ​ແລະ ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ. ຕ້ອງ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ​ໂດຍ​ສະ​ເພາະ​ແມ່ນ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ​ເພື່ອ​ເຮັດ​ແນ​ວ​ໃດ​ເສີມ​ຂະຫຍາຍບັນດາຄຸນ​ຄ່າ​ຂອງ​ເຂດປູຊະນີຍະສະ​ຖານ Con Son, Kiep Bac ທັງ​ໝົດ”.

ຂ່າວ/ບົດ​ອື່ນ