ຮ່ວມ​ກັນ​ປະ​ດິດ​ຄິດ​ສ້າງ​ກຽ​ມພ້ອມ​ຮັບ​ມືກັບ​ບັນ​ດາ​ໄພ​ນາບ​ຂູ່​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ອະ​ນາ​ຄົດ

(VOVWORLD) - ກອງປະຊຸມຕຳຫຼວດອາຍາ Interpol ທົ່ວໂລກ 2019, ໄດ້ໄຂຂຶ້ນໃນວັນທີ 2 ກໍລະກົດ ຢູ່ ສິງກະໂປ, ດ້ວຍຫົວຂໍ້ “ຮ່ວມກັນປະດິດຄິດສ້າງກຽມພ້ອມຮັບມືກັບບັນດາໄພນາບຂູ່ດ້ານຄວາມໝັ້ນຄົງໃນອະນາຄົດ”. 
ຮ່ວມ​ກັນ​ປະ​ດິດ​ຄິດ​ສ້າງ​ກຽ​ມພ້ອມ​ຮັບ​ມືກັບ​ບັນ​ດາ​ໄພ​ນາບ​ຂູ່​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ອະ​ນາ​ຄົດ - ảnh 1ເຂດສຳນັກງານ ຂອງ Interpol ປະຈຳ ສິງກະໂປ (ພາບ: AFP/TTXVN)

ກອງປະຊຸມ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນນັບຮ້ອຍຄົນ,     ເຊິ່ງເປັນເຈົ້າໜ້າທີ່ຂອງລັດຖະບານ, ກຳລັງຕຳຫຼວດອາຍາ ແລະ ວົງການນັກຊ່ຽວຊານ, ນັກຮຽນຮູ້ໃນໂລກ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃນປັດຈຸບັນ, ກໍ່ຄືປຶກສາຫາລືບັນດາວິທີການເພື່ອພ້ອມກັນຮ່ວມມື, ຮັບມືກັບບັນດາໄພນາບຂູ່ໃນອະນາຄົດ. ບັນດາຜູ້ແທນໃຫ້ຮູ້ວ່າ ການປະຕິວັດອຸດສາຫະກຳນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງ, ແຕ່ກໍ່ໄດ້ສ້າງໂອກາດໃຫ້ແກ່ບັນດາອາດຊະຍາກອນຊອກຄົ້ນບັນດາຈຸດອ່ອນເພື່ອບຸກໂຈມຕີ. ເພື່ອແກ້ໄຂບັນດາສິ່ງທ້າທາຍນີ້, ບັນດາຜູ້ແທນກໍ່ພ້ອມກັນແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະ ບັນດາຮູບແບບການຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍໃນຂົງເຂດພູມປັນຍາທຽມ, Bigdata… ນອກຈາກນັ້ນ, ບັນດາຜູ້ແທນກໍ່ໄດ້ຍົກອອກວິທີການສຳຜັດລວມຕໍ່ບັນດາສິ່ງທ້າທາຍ ແລະ ທ່າອ່ຽງດ້ານຄວາມໝັ້ນຄົງຊຶ່ງໂລກຕ້ອງປະເຊີນໜ້າໃນປັດຈຸບັນ ແລະ ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ