ຮ່ວມ​ມື​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລະ​ເບີດ, ວັດ​ຖຸ​ລະ​ເບີດ​ຫຼັງ​ສົງ​ຄາມ ຢູ່ ຫວຽດ​ນາມ

(VOVWORLD) -ທ່ານ ເຈິ່ນຈຸງຮ່ວາ ຜູ້ອຳນວຍການໃຫຍ່ VNMAC ເນັ້ນໜັກວ່າ, ພິທີລົງນາມຄັ້ງນີ້ ໄດ້ສ້າງຂີດໝາຍສຳຄັນ ໃນການພົວພັນຮ່ວມມືຢ່າງເປັນທາງການລະຫວ່າງສອງຝ່າຍ ເພື່ອແນໃສ່ຄວາມມານະພະຍາຍາມຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດໃນ ຜືນແຜ່ນດິນ ຫວຽດນາມ, ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ສອງຝ່າຍ ເຂົ້າສູ່ເນື້ອໃນຮ່ວມມືຢ່າງລະອຽດ.
ຮ່ວມ​ມື​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລະ​ເບີດ, ວັດ​ຖຸ​ລະ​ເບີດ​ຫຼັງ​ສົງ​ຄາມ ຢູ່ ຫວຽດ​ນາມ - ảnh 1ພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນການສ້າງ ແລະ ຍົກສູງກຳລັງຄວາມສາມາດໃນການແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກລູກລະເບີດ, ວັດຖຸລະເບີດພາຍຫຼັງສົງຄາມ ຢູ່ ຫວຽດນາມ
(ພາບ: vnmac.gov.vn)

ຕອນບ່າຍວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ, ສູນເກັບກູ້ແລະແກ້ໄຂ ລະເບີດ ແຫ່ງຊາດ ຫວຽດນາມ (VNMAC) ແລະ ອົງການຈັດຕັ້ງ Mines Advisory Group ຫວຽດນາມ (MAG ຫວຽດນາມ), ອົງການບໍ່ຂຶ້ນກັບລັດຖະບານ ໄດ້ມີການເຄື່ອນໄຫວຄົ້ນຫາທຳລາຍລະເບີດດ້ານມະນຸດສະທຳ ຢູ່ ຫວຽດນາມ ໄດ້ລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນການສ້າງ ແລະ ຍົກສູງກຳລັງຄວາມສາມາດໃນການແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກລູກລະເບີດ, ວັດຖຸລະເບີດພາຍຫຼັງສົງຄາມ ຢູ່ ຫວຽດນາມ.

ເລື່ອງລົງນາມບົດບັນທຶກຊ່ວຍຈຳ ແມ່ນພື້ນຖານເພື່ອໃຫ້ MAG ແບ່ງປັນວິຊາສະເພາະເຕັກນິກ ກັບ VNMAC ຜ່ານວຽກງານບຳລຸງສ້າງ, ກໍ່ສ້າງລະບົບຄຸ້ມຄອງທີ່ມີຄຸນນະພາບ ແລະ ປະສິດທິຜົນ, ຈັດການລົງພື້ນທີ່ຕົວຈິງ ເພື່ອພ້ອມກັນເຄື່ອນໄຫວ ແລະ ຮ່ວມມື ເພື່ອສະສົມບົດຮຽນປະສົບການ, ສ້າງກາລະໂອກາດຊ່ວຍເຫຼືອສອງຝ່າຍພັດທະນາຢ່າງແຮງກ່ວາອີກ.

ທ່ານ ເຈິ່ນຈຸງຮ່ວາ ຜູ້ອຳນວຍການໃຫຍ່ VNMAC ເນັ້ນໜັກວ່າ, ພິທີລົງນາມຄັ້ງນີ້ ໄດ້ສ້າງຂີດໝາຍສຳຄັນ ໃນການພົວພັນຮ່ວມມືຢ່າງເປັນທາງການລະຫວ່າງສອງຝ່າຍ ເພື່ອແນໃສ່ຄວາມມານະພະຍາຍາມຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດໃນ ຜືນແຜ່ນດິນ ຫວຽດນາມ, ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ສອງຝ່າຍ ເຂົ້າສູ່ເນື້ອໃນຮ່ວມມືຢ່າງລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ