ຮ່ວມມືພັດທະນາຫວຽດນາມ,ອາຊຽນ-ອິນເດຍ:ສະພາບຕົວຈິງແລະແງ່ຫວັງ

ຮ່ວມມືພັດທະນາຫວຽດນາມ,ອາຊຽນ-ອິນເດຍ:ສະພາບຕົວຈິງແລະແງ່ຫວັງ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາຮ່ວມ​ມື​ພັດທະນາ​ຫວຽດນາມ,
 ອາ​ຊຽນ - ອິນ​ເດຍ:ສະພາບ​ຕົວ​ຈິງ​ແລະ​​ແງ່ຫວັງ
(ພາບ: TTXVN)


(vovworld) – ຮ່ວມ​ມື​ພັດທະນາ​ຫວຽດນາມ, ອາ​ຊຽນ - ອິນ​ເດຍ: ສະພາບ​ຕົວ​ຈິງ​ແລະ​​ແງ່ຫວັງ, ນີ້​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ ​ໂດຍ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 29 – 30/09, ຢູ່​ຮ່າ​ໂນ​້ຍ. ກອງປະຊຸມ​ສຳ​ມະ​ນາ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຊຸກຍູ​້ການ​ຮ່ວມ​ມື, ນຳ​ມາ​ເຊິ່ງຄວາມ​ວັດທະ​ນາ​ຖາວອນ​ລວມ​ໃຫ້​ຫວຽດນາມ, ອາ​ຊຽນ ​ແລະ ອິນ​ເດ​ຍ… ທີ່​ວາລະ​ດຳ​ເນີນ​ການປຶກສາ​ຫາລື, ບັນດາ​ຄຳ​ເຫັນ​ທີ່​ໄດ້​ຍົກ​ອອກ​ມາ​ ​​ຄາດ​ຄ​ະ​ເນກ່ຽວ​ກັບ​ແງ່​ຫວັງ​ຂອງ​ການ​ພົວພັນ​ຮ່ວມ​ມື​ພັດທ​ະນາ​ລະຫວ່າງ​ຫວຽດນາມ, ອາ​ຊຽນ ​ແລະ ​ອິນ​​ເດຍ ​ໃນ​ທຸກ​ຂົງ​ເຂດ​ແຕກ​ຕ່າງ​ກັນ, ຄາດ​ຄະ​ເນ​ການ​ຕີ​ລາຄາ​ບັນດາ​ປັດ​ໃຈ​ສົ່ງຜົນສະ​ທ້ອນ​ຢ່າງ​ຕັ້ງໜ້າ ຫຼື ຖືກ​ກຳນົດ, ຕັດສິນ​ໃຈ, ບັນດາ​ປັດ​ໃຈ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຫຍໍ້​ທໍ້ ​ອາດ​ຈະ​ກາຍ​ເປັນຮົ້ວ​ກີດ​ຂວາງ​ສຳລັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ. ບັນດາ​ຂໍ້​ລິ​ເລີ່​ມ, ມາດ​ຕະການ​​ເພື່ອ​ແກ້​ໄຂ​ຂໍ້​ຈຳກັດ, ຫຍຸ້​ງຍາກ, ອ່​ອນດ້ອຍ, ​ເພີ່ມ​ທະວີ​ບັນດາ​ປັດ​ໃຈ​ທີ່ມີ​ລັກສະນະພື້ນຖານ…  ​ເພື່ອ​ແນ​ໃສ່​ເປີດ​ກວ້າງ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ, ອາ​ຊຽນ ​ແລະ ​ອິນ​ເດ​ຍ ​​ເຊິ່ງ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ດ້ວຍ​ຄວາມ​ຫວັງ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ການ​ພັດທະນາ​ຢ່າງ​ວັດ​ທະນາ​ຖາວອນ, ປະກອບສ່ວນ​ເຂົ້າ​ໃນ​ພາລະ​ກິດ​ສັນຕິພາບ, ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ​.

ຂ່າວ/ບົດ​ອື່ນ