ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ໄລ່ຮອດວັນທີ 8 ມິຖຸນາ, ມີເດັກນ້ອຍເກືອບ 7.000 ຄົນຢູ່ 26 ແຂວງ, ນະຄອນໃນທົ່ວປະເທດຖືກຜົນສະທ້ອນຈາກໂລກລະບາດໂດຍກົງ.
ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ເດັກໆຢູ່ເຂດແຍກຕົວ (ພາບ:  TTXVN)

 ຕາມກອງທຶນປົກປ້ອງເດັກ ຫວຽດນາມ ແລ້ວ, ສະພາບການໂລກລະບາດໂຄວິດ - 19 ນັບມື້ນັບມີການຜັນແປຢ່າງສັບສົນ ອັນໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງການພັດທະນາເສດຖະກິດ ແລະ ການຊ່ວຍໜູນສັງຄົມ. ໄລ່ຮອດວັນທີ 8 ມິຖຸນາ, ມີເດັກນ້ອຍເກືອບ 7.000 ຄົນຢູ່ 26 ແຂວງ, ນະຄອນໃນທົ່ວປະເທດຖືກຜົນສະທ້ອນຈາກໂລກລະບາດໂດຍກົງ. ຕາມການຄາດຄະເນຈາກກົມເດັກນ້ອຍ, ກະຊວງແຮງງານ, ທະຫາຍເສຍອົງຄະ ແລະ ສັງຄົມ, ຈຳນວນເດັກນ້ອຍຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ນັບແຕ່ນີ້ຮອດທ້າຍປີ 2021 ອາດຈະເພີ່ມຂຶ້ນປະມານ 42.000 ຄົນ. ໂລກລະບາດໄດ້ສົ່ງຜົນສະທ້ອນເຖິງຊີວິດ ແລະ ການພັດທະນາຂອງເດັກ ແລະ ບັນດາຄອບຄົວມີເດັກນ້ອຍໂດຍກົງ.

        ຕໍ່ໜ້າສະພາບການດັ່ງກ່າວ, ກອງທຶນປົກປ້ອງເດັກ ຫວຽດນາມ ໄດ້ເປີດການຂົນຂວາຍ, ປຸກລະດົມ ຮຽກຮ້ອງໃຫ້ບັນດາອົງການ, ສ່ວນບຸກຄົນພາຍໃນປະເທດ ແລະ ສາກົນ ໃຫ້ຄວາມເອົາໃຈໃສ່ ແລະ ຊ່ວຍເຫຼືອທາງດ້ານການເງິນ, ວັດຖຸ ຫຼື ເຫື່ອແຮງ. ສຳລັບບັນດາອົງການ, ສ່ວນບຸກຄົນໃດທີ່ຢາກປະກອບສ່ວນຊ່ວຍເຫຼືອເດັກ ສາມາດສົ່ງມາຍັງ ກອງທຶນປົກປ້ອງເດັກ ຫວຽດນາມ, ໂດຍຈ່າໜ້າຊອງວ່າ: ກອງທຶນປົກປ້ອງເດັກ ຫວຽດນາມ ເຮືອນເລກທີ 35 ຖະໜົນເຈິ່ນຝູ, ເມືອງບາດິ່ງ, ຮ່າໂນ້ຍ. ໂທລະສັບ (84 24) 37331223/ 38437640/ 37470037/ 3747547 ຫຼື ໂທລະສັບສາຍດ່ວນ 092 9999 999; ຫຼື ໃຫ້ການຊ່ວຍເຫຼືອດ້ວຍເງິນ ສາມາດໂອນເຂົ້າບັນຊີ: ກອງທຶນປົກປ້ອງເດັກ ຫວຽດນາມ, ເລກລະຫັດ: 001.0.00.0000355; ທະນາຄານ VIETCOMBANK.

ຕອບກັບ

ຂ່າວ/ບົດ​ອື່ນ