ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນທຸກຍາກ ກໍ່ສ້າງຊົນນະບົດໃໝ່

ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນທຸກຍາກ ກໍ່ສ້າງຊົນນະບົດໃໝ່ - ảnh 1
ລາຍການ “ທະນາຄານ​ງົວ - ຮ່ວມ​ແຮງຮ່ວມ​ໃຈ​ພ້ອມ​ກັບ​ປະຊາຊົນ
​ຢູ່​ບັນດາ​​ເມືອງທຸກ​ຍາກ, ຕາ​ແສງ​ຊາຍ​ແດນ​ກໍ່ສ້າງ​ຊົນນະບົດ​ໃໝ່”
(ພາບ: TTXVN)


(vovworld) - ​ ຕອນ​ຄໍ່າ​ວັນ​ທີ 13/07, ຢູ່​ຮ່າ​ໂນ້ຍ, ລາຍການ “ທະນາຄານ​ງົວ - ຮ່ວມ​ແຮງຮ່ວມ​ໃຈ​ພ້ອມ​ກັບ​ປະຊາຊົນ​ຢູ່​ບັນດາ​​ເມືອງທຸກ​ຍາກ, ຕາ​ແສງ​ຊາຍ​ແດນ​ກໍ່ສ້າງ​ຊົນນະບົດ​ໃໝ່” ​ເຊິ່ງສູນ​ກາງສະພາກາ​ແດງ​ຫວຽດນາມ, ​ໂທລະພາບ​ຫວຽດນາມ, ກອງ​ບັນຊາ​ການ​ທະຫານປ້ອງ​ກັນ​ຊາຍ​ແດນ​ໄດ້ສົມທົບ​ກັນ​ຈັດ​ຕັ້ງຂຶ້ນ. ພາຍຫຼັງ​ກວ່າ 3 ​ເດືອນ​ແຫ່ງ​ການ​ປຸກລະດົມ (​ແຕ່​ວັນ​ທີ 06/04 – 12/07/2013), ລາຍການ “ທະນາຄານ​ງົວ - ຮ່ວມ​ແຮງ​ຮ່ວມ​ໃຈພ້ອມ​ກັບ​ປະຊາຊົນ​ຢູ່​ບັນດາ​​ເມືອງທຸກ​ຍາກ, ຕາ​ແສງ​ຊາຍ​ແດນ​ກໍ່ສ້າງ​ຊົນນະບົດ​ໃໝ່”​ ໄດ້​ຮັບ​ການ​ສະໜັບສະໜູນ​ຕອບ​ສະໜອງຈາກ 200 ກວ່າອົງການ, ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ດ້ວຍ​ຈຳນວນ​ເງິນ​ສະໜັບສະໜູນ, ​ໝັ້ນ​ໝາຍ​ຊ່ວຍ​ເຫຼືອ​ບັນລຸ​​ເກືອບ 70 ຕື້​ດົງ.

        ຮັບ​ຮູ້ ​ແລະ ຕີ​ລາຄາການ​ປະກອບສ່ວນ​ຂອງບັນດາ​ອົງການ, ສ່ວນ​ບຸກຄົນ ​ເຊິ່ງ​ໄດ້​ສະໜັບສະໜູນ, ​ຮ່ວມ​ເດີນທາງ​ພ້ອມ​ກັບ​ລາຍການ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີຫວຽດນາມ ຫວູວັນ​ນິງ, ​ເນັ້ນ​ໜັກ​ວ່າ.

    “ສະພາ​ກາ​ແດງຫວຽດນາມ ດ້ວຍ​ບົດບາດ​ເປັນ​ແກ່ນ​ສານ, ສົມທົບ​ກັບ​​ໂທລະພາບ​ຫວຽດນາມ, ທະຫານປ້ອງ​ກັນ​ຊາຍແດນ ​ແລະ ບັນດາ​ກຳລັງ​ທີ່​ກ່ຽວຂ້ອງ ຜັນ​ຂະຫຍາຍ​ລາຍການ​ຢ່າງ​ມີ​ປະສິດທິ​ຜົນ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທຸກ​ຍາກ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ຫົວໜ່ວຍ, ອົງການ​ສູນ​ກາງ, ວິ​ສາ​ຫະກິດ, ສ່ວນ​ບຸກຄົນ​ທີ່​ມີ​ໃຈ​ບູນ​​ໃຂກຸສົນ ຈົງ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ ​ແລະ ສະໜັບສະໜູນ​ແຫຼ່ງຊັບພະຍາກອນ, ພັດທະນາ​ທະ​ນາຄາ​ນງົວ ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ຂອງ​ສະພາ​ກາ​ແດງ​ຫວຽດນາມ, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນທຸກ​ຍາກ, ຮັກສາ​​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ຊາຍ​ແດນ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່, ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ວິວັດ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ”.

        ກໍ່​ທີ່​ພິ​ທີ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ, ປະທານກິ​ຕິ​ມະ​ສັກ​ສະພາ​ກາ​ແດງ​ຫວຽດນາມ ​ໄດ້​ມອບ​ງົວ 2.000 ​ໂຕ ​ໃຫ້​ແກ່​ 10 ເມືອງທຸກ​ຍາກ.
ຂ່າວ/ບົດ​ອື່ນ