ຮ່ວມ​ແຮງ​ຮ່ວ​ມ​ໃຈ​ເພື່ອ​ປະຊາ​ຄົມ ອາຊຽນສະໜິດຕິດ​ພັນ ​ແລະ ​ເປັນ​ເຈົ້າ​ການ​ຮັບ​ມື

(VOVWORLD) -      ວັນທີ 28 ກໍລະກົດ ແມ່ນຂີດໝາຍຄົບຮອບ 1/4 ສະຕະວັດ ແຫ່ງວັນຫວຽດນາມເຂົ້າເປັນສະມາຊິກ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. 
ຮ່ວມ​ແຮງ​ຮ່ວ​ມ​ໃຈ​ເພື່ອ​ປະຊາ​ຄົມ ອາຊຽນສະໜິດຕິດ​ພັນ ​ແລະ ​ເປັນ​ເຈົ້າ​ການ​ຮັບ​ມື - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ທີ່ກອງປະຊຸມອອນລາຍ ລັດຖະມົນຕີການຕ່າງປະເທດ ອາຊຽນ ໃນວັນທີ 20/3/2020 (ພາບ: TTXVN)

ພິເສດປີນີ້, ພິທີສະເຫຼີມສະຫຼອງເຫດການທີ່ສໍາຄັນນີ້ ແມ່ນກົງກັບຈຸດເວລາຫວຽດນາມຮັບດໍາລົງບົດບາດສໍາຄັນເປັນປະທານໝູນວຽນຄັ້ງທີສອງຂອງສະມາຄົມ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ມີບົດຂຽນ ດ້ວຍຫົວຂໍ້: “ຄົບຮອບ 25 ປີ ແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ: ຮ່ວມແຮງຮ່ວມໃຈເພື່ອປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

        ບົດຂຽນດັ່ງກ່າວໃຫ້ຮູ້ວ່າ ຫວຽດນາມ ໄດ້ເຂົ້າເປັນສະມາຊິກ ອາຊຽນ ເມື່ອປີ 1995 ເຊິ່ງແມ່ນໜຶ່ງໃນບັນດາຂີດໝາຍສໍາຄັນທີ່ສຸດໃນປະຫວັດສາດແຫ່ງການພົວພັນຕ່າງປະເທດຂອງ ຫວຽດນາມ ນັບແຕ່ພາຍຫຼັງການປະຕິວັດເດືອນສິງຫາ ປີ 1945 ກໍຄືໃນວິວັດການພັດທະນາຂອງ ອາຊຽນ. ເຫດການປະຫວັດສາດນີ້ ມີຄວາມໝາຍສໍາຄັນ, ນໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈາກການສູ້ຢັນກັນຫັນມາເຈລະຈານໍາກັນ, ຈາກການລະແວງສົງໄສກັນຫັນມາເປັນເພື່ອນໄວ້ເນື້ອເຊື່ອໃຈກັນ, ຈາກການແບ່ງແຍກມາສາມັກຄີກັນ. ສໍາລັບ ອາຊຽນ, ການທີ່ນໍາຫວຽດນາມເຂົ້າມາເປັນສະມາຊິກທີ 7 ໄດ້ຊ່ວຍຍູ້ໄວວິວັດການເປີດກວ້າງສະມາຄົມອອກເປັນ 10 ປະເທດໃນພາກພື້ນ, ໃນນັ້ນ ໄດ້ປັບປຸງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນທີ່ມີຄວາມສໍາຄັນເປັນພິເສດກ່ຽວກັບພູມສາດ - ການເມືອງ ແລະ ພູມສາດ - ເສດຖະກິດ,  ແມ່ນສູນເຊື່ອມຕໍ່ລະຫວ່າງມະຫາສະໝຸດອິນເດຍ  ກັບ ປາຊີຟິກ. ເວລາທີ່ຫວຽດນາມເຂົ້າເປັນສະມາຊິກ ອາຊຽນ, ພາກພື້ນຫາກໍ່ຫຼຸດພົ້ນອອກຈາກສົງຄາມເຢັນ, ສະນັ້ນທີ່ຕັ້ງ, ບົດບາດ ແລະ ຂອບຂະໜາດເສດຖະກິດຂອງ ອາຊຽນ ແມ່ນຍັງຈໍາກັດຢູ່. ໃນ 25 ປີຜ່ານມາ, ພວກເຮົາໄດ້ເຫັນປະຈັກຕາການປ່ຽນແປງຢ່າງແຮງຂອງສະມາຄົມ. ເພື່ອໃຫ້ປັດຈຸບັນ, ທັງ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນປະຊາຄົມໜຶ່ງທີ່ເປັນເອກະພາບດ້ວຍອິດທິພົນຊື່ສຽງນັບມື້ນັບສູງຢູ່ ອາຊີ.

        ໂດຍເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ພ້ອມກັບບັນດາປະເທດສະມາຊິກກໍານົດເອົາຫົວຂໍ້ລວມໃຫ້ປີ 2020 ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເພື່ອແນໃສ່່ຍູ້ແຮງວິວັດການກໍ່ສ້າງປະຊາຄົມ ແລະ ເສີມຂະຫຍາຍບົດບາດຂອງ ອາຊຽນ ໃນສະພາບການທີ່ມີການຜັນແປຫຼາຍຢ່າງໃນໂລກ. ອາຊຽນ ໄດ້ຮັບປະກັນຜັນຂະຫຍາຍບັນດາເປົ້າໝາຍຮ່ວມມື, ຮ່ວມສໍາພັນ ອາຊຽນ ໃນປີ 2020 ຢ່າງມີປະສິດທິຜົນ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຄວບຄຸມໂລກລະບາດໂຄວິດ - 19ໃນເບື້ອງຕົ້ນ, ພ້ອມທັງດໍາເນີນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດ, ຟື້ນຟູ ແລະ ພັດທະນາ ໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ