ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ດ້ວຍບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ

ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ດ້ວຍບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ - ảnh 1
(ພາບ​ປະ​ກອບ / TTXVN)

(vovworld) – ວັນ​ທີ 11/04 ຢູ່ເທດສະບານ​ເມືອງ ກາດ​ຕຽນ, ພະ​ແນ​ກຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ແຂວງ ​ເລີມ​ດົ່ງ ​ໄດ້​​ໄຂ​ງານ​ວາງສະ​ແດງ “ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ ຫວຽດນາມ - ດ້ວຍ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ທຳ”. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ພະນັກງານ, ນັກຮົບ, ນັກ​ຮຽນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ບໍລິ​ເວນ​ເມືອງ​​ຫ່າງ​ໄກ​ສອກ​ຫລີກ ກາດ​ຕຽນ ​ໄດ້​ມາຢ້ຽມ​ຊົ​ມງານ​ວາງສະ​ແດງ​ບັນດາ​ວັດຖຸ​ເອກະສານ, ​ແຜນ​ທີ່, ພະຍານ​ຫຼັກ​ຖານ​ປະຫວັດສາດທີ່​ອາດ​ປະຕິ​ເສດ​ໄດ້ກ່ຽວ​ກັບ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ງານ​ວາງສະ​ແດງ​ດັ່ງກ່າວ ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​​ເດັດ​ດ່ຽວຕໍ່​ສູ້​ດ້ວຍ​ບັນດາ​ມາດ​ຕະການ​​ໂດຍສັນຕິພາບ​ຂອງ​ປະ​ເທດ​ ຫວຽດນາມ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ສຳລັບ 2 ໝູ່​ເກາະ​ນີ້.

        ງານ​ວາງສະ​ແດງ​ຈະດຳ​ເນີນ​ຈົນ​ຮອດ​ຕອນ​ແລງ​ວັນ​ທີ 13/04 ຈຶ່ງ​ອັດ​ລົງ.


ຕອບກັບ

ຂ່າວ/ບົດ​ອື່ນ