ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີແຂວງດັກລັກ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີແຂວງດັກລັກ - ảnh 1
ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ແລະ​ຄະນະ​ຜູ້​ແທນ​ທີ່​ມີ​ຄຸນງາມຄວາມດີ​ແຂວງດັກ​ລັກ
(ພາບ: chinhphu.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 20/9, ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໃຫ້ການຕ້ອນຮັບ​ຄະນະ​ຜູ້​ແທນ​ທີ່​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ​ແຂວງດັກ​ລັກ. ທ່ານ ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຢືນຢັນ​ວ່າ: ພັກ, ລັດ​ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ ​ແລະ ຮູ້​ບຸນ​ຄຸນ​ຕໍ່​ການ​ເສຍສະຫຼະ, ການ​ປະກອບສ່ວນ​ຂອງ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ທະຫານ​ເສຍ​ອົງຄະ, ອາ​ດີດ​ນັກຮົບ, ຄອບຄົວ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ, ຕໍ່​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ. ຍາມ​ໃດ​ພັກ, ລັດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທັງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ແລະ ​ໃນ​ແຂວງ​ດັກ​ລັກ ​ເວົ້າ​ສະ​ເພາະ. ຕາມ​ທ່ານຮອງ​ນາຍົກລັດຖະມົນຕີ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ທາງ​ທ້ອງ​ຖີ່​ນຄວນ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ຕອບ​ບຸນ​ແທນ​ຄຸນ. ຄຽງ​ຂ້າງ​ນັ້ນ, ສືບ​ຕໍ່​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ທ້ອງ​ຖີ່​ນ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ, ຍົກ​ສູງ​ລະດັບ​ຄອງ​ຊີບ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ທົ່ວ​ແຂວງ​ດັກ​ລັກ​ເວົ້າ​ລວມ.

 

 

ຂ່າວ/ບົດ​ອື່ນ