ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຮອງປະທານ ອົງການ JICA

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຮອງປະທານ ອົງການ JICA - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc
ຕ້ອນຮັບ​​ຮອງ​ປະທານ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ
( ພາບ: dangcongsan.vn )

(vovworld) -     ຕອນ​ບ່າຍ​ວັນ​ທີ 29/8, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) Arakaew Hiroto ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ປາດ​ຖະໜາ​ວ່າ ຍີ່ປຸ່ນ​ ຈະສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​​ແຫຼ່ງທຶນຊ່ວຍ​ເຫຼືອພັດທະນາ​ ODA ​ໃຫ້​ແກ່​ຫວຽດນາມ ຢູ່​​ໃນ​ລະດັບ​ສູງ, ​ໂດຍ​ສະ​ເພາະ​ໃນ​ສະພາບ​ການ​ທີ່​ສອງ​ຝ່າຍ​ພວມ​ຮ່ວມ​ມື​​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່. ຄຽງ​ຂ້າງ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີກໍ​ສະ​ເໜີ​ໃຫ້ JICA ສືບ​ຕໍ​່ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຂອງ​ຕົນ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິ່ງ​ໃນປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ 2013, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຮອງ​ປະທານ​ອົງການ​ JICA, Arakaew Hiroto ​ໄດ້ສະ​ແດງຄວາມປາດ​ຖະໜາ​ວ່າ JICA ຈະ​ສືບ​ຕໍ່​ມີ​ການ​ປະ​ກອບສ່ວນ​ຫຼາຍ​ກວ່າ​ອີກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກຂົງ​ເຂດ​​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ