ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ຕ້ອນຮັບປະທານສະມາຄົມມິດຕະພາບ ມຽນມາ - ຫວຽດນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ່ງ ສະເໜີວ່າ ເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງ 2 ປະເທດ, 2 ຝ່າຍສືບຕໍ່ຮັກສາແລກປ່ຽນຄະນະຜູ້ແທນຂັ້ນສູງ; ລົງນາມບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດລະອຽດ, ພິເສດແມ່ນ ກະສິກຳ - ປ່າໄມ້  - ການປະມົງ; ຄົມມະນາຄົມຂົນສົ່ງ
ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ຕ້ອນຮັບປະທານສະມາຄົມມິດຕະພາບ ມຽນມາ - ຫວຽດນາມ - ảnh 1ທ່ານ U Tint Swai ແລະ ທ່ານ ຈຶ້ງດີ່ງຢຸ້

ທີ່ການຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ມຽນມາ - ຫວຽດນາມ U Tint Swai ໃນຕອນບ່າຍວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢູ້ງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ເຄົາລົບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມື 2 ປະເທດໃຫ້ພັດທະນາກ່ຽວກັບທຸກດ້ານທັງລວງກ້ວາງ ແລະ ລວງເລິກ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ່ງ ສະເໜີວ່າ ເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງ 2 ປະເທດ, 2 ຝ່າຍສືບຕໍ່ຮັກສາແລກປ່ຽນຄະນະຜູ້ແທນຂັ້ນສູງ; ລົງນາມບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດລະອຽດ, ພິເສດແມ່ນ ກະສິກຳ - ປ່າໄມ້  - ການປະມົງ; ຄົມມະນາຄົມຂົນສົ່ງ; ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ໃນການເປີດກ້ວາງການລົງທຶນ, ຜະລິດດຳເນີນທຸລະກິດໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ສະມາຄົມມິດຕະພາບ 2 ປະເທດເພີ່ມທະວີສົມທົບກັນ, ພົວພັນແລກປ່ຽນປະຊາຊົນ, ໃນນັ້ນ, ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບ ນະຄອນ Yangon, ມຸ່ງໄປເຖິງການສ້າງຕັ້ງການຮ່ວມມືລະຫວ່າງ ຮ່າໂນ້ຍ ກັບບັນດາທ້ອງຖິ່ນຂອງ ມຽນມາ.

        ທ່ານປະທານສະມາຄົມມິດຕະພາບ ມຽນມາ - ຫວຽດນາມ U Tint Swai ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້, ຄະນະໄດ້ລົງນາມໃນເອກະສານ, ຂໍ້ຕົກລົງສຳຄັນຫຼາຍສະບັບກັບບັນດາອົງການຂອງ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສະມາຄົມມິດຕະພາບ 2 ປະເທດ, ຊຸກຍູ້ບັນດາການພົວພັນຮ່ວມມືໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ.

       

ຕອບກັບ

ຂ່າວ/ບົດ​ອື່ນ