ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບອະດີດລັດຖະມົນຕີ ກະຊວງການຄ້າ ອາເມລິກາ

(VOVWORLD) -ຫວຽດນາມ ວາງແຜນນະໂຍບາຍພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເປີດກ້ວາງການພົວພັນການຄ້າ ແລະ ການລົງທຶນ, ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບອະດີດລັດຖະມົນຕີ ກະຊວງການຄ້າ ອາເມລິກາ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຕ້ອນຮັບທ່ານ Carlos Gutierrez, ອະດີດລັດຖະມົນຕີ ກະຊວງການຄ້າ ອາເມລິກາ (ພາບ:VGP)

ຕອນບ່າຍວັນທີ 14 ມັງກອນ, ທີ່ສຳນັກງານລັດຖະບານ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານ Carlos Gutierrez, ອະດີດລັດຖະມົນຕີ ກະຊວງການຄ້າ ອາເມລິກາ, ປະທານກຸ່ມບໍລິສັດ Albrigth Stonebridge. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ເນັ້ນໜັກວ່າ ຫວຽດນາມ ວາງແຜນນະໂຍບາຍພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເປີດກ້ວາງການພົວພັນການຄ້າ ແລະ ການລົງທຶນ, ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ໃນນັ້ນ ມີບັນດາວິສາຫະກິດຂອງອາເມລິກາ ທີ່ເຂົ້າມາລົງທຶນ ດຳເນີນທຸລະກິດ ຢູ່ ຫວຽດນາມ. ແຜນນະໂຍບາຍນັ້ນໄດ້ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ບັນດາຜົນງານການພັດທະນາອັນໃຫຍ່ຫຼວງໃນໄລຍະຜ່ານມາ.

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ປາຖະໜາ ຢາກໃຫ້ ກຸ່ມບໍລິສັດ Albrigth Stonebridge ສືບຕໍ່ບັນດາການເຄື່ອນໄຫວ ໃຫ້ຄຳປຶກສາແກ່ບັນດາວິສາຫະກິດ ອາເມລິກາ ເປີດກ້ວາງການລົງທຶນຢູ່ ຫວຽດນາມ.

ສ່ວນທ່ານ Carlos Gutierrez, ອະດີດລັດຖະມົນຕີ ກະຊວງການຄ້າ ອາເມລິກາ ກໍ່ປາຖະໜາຢາກສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາສາຍພົວພັນ ຫວຽດນາມ - ອາເມລິກາ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ