ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບເອກອັກຄະລັດຖະທູດ ອີຢິບ

(VOVWORLD) -ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ ແລະ  ບັນດາອົງການຈັດຕັ້ງສາກົນ. 

ຕອນບ່າຍວັນທີ 13 ທັນວາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອີຢິບ Mahmoud Hasan Nayel.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບເອກອັກຄະລັດຖະທູດ ອີຢິບ - ảnh 1 ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບເອກອັກຄະລັດຖະທູດ ອີຢິບ (ພາບ:VGP/Hai Minh)

ທີ່ການຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາທີ່ຕັ້ງໜ້າຂອງການພົວພັນ ຫວຽດນາມ - ອີຢິບ. ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ ແລະ  ບັນດາອົງການຈັດຕັ້ງສາກົນ. ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ປາຖະໜາວ່າ ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນຕັ້ງໜ້າ, ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຜັນຂະຫຍາຍໝາກຜົນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ລະຫວ່າງ ສອງປະເທດໃນ ປີ 2017 ແລະ ປີ 2018 ຄືເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ປະຕິບັດເນື້ອໃນບັນດາຂໍ້ຕົກລົງ ທີ່ໄດ້ລົງນາມທາງດ້ານການຄ້າ ກ່ຽວກັບ ເຂົ້າສານ, ນ້ຳມັນອາຍແກັດ, ການຄົມມະນາຄົມ, ວັດທະນະທຳ, ຫຼັກຊັບ…

ສ່ວນທ່ານເອກອັກຄະລັດຖະທູດ Mahmoud Hasan Nayel ສະເໜີໃຫ້ທັງສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ການພົວພັນຕ່າງປະເທດແຫ່ງລັດ ແລະ ການພົວພັນຕ່າງປະເທດ ລັດຖະສະພາ ກໍ່ຄືການພົວພັນແລກປ່ຽນ ລະຫວ່າງ ປະຊາຊົນ  ຜ່ານນັ້ນເພີ່ມທະວີຄວາມຮັບຮູ້ ແລະ ເຂົ້າໃຈ ລະຫວ່າງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ