ຮອງນາຍົກລັດຖະມົນຕິ, ລັດຖະມົນຕີການຕ່າງປະເທດຫວຽດນາມ ສິ້ນສຸດການເຂົ້າຮ່ວມ WEF 2015

ຮອງນາຍົກລັດຖະມົນຕິ, ລັດຖະມົນຕີການຕ່າງປະເທດຫວຽດນາມ ສິ້ນສຸດການເຂົ້າຮ່ວມ WEF 2015 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມບິ່ງ​ມິ​ງ
(ພາບ: VNE)


(vovworld) – ​ໃນ​ເວລາ​ເດືອ​ບ 2 ວັນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ເສດ​ຖະກິດ​ໂລກ 2015 ຢູ່​ດາ​ໂວ​ດ, ປະ​ເທດ​ສະ​ວິດ (22 – 23/01 – WEF Davos 2015) ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ WEF, Klaus Schwab, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ກ່າວ​ປາ​ໄສ ​ແລະ ​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື 6 ຄັ້ງ, ​ໃນ​ນັ້ນ​ມີ​ບັນດາ​ຫົວຂ້ໍຄື “ໂຄງ​ການ​ດຳ​ເນີນ​ງານ​​ຄ້ຳ​ປະ​ກັນດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ”, “ກຳ​ນົດບຸລິມະ​ສິດ​ໃຫ້​ປີ 2015”, “​ແງ່​ຫວັງທີ່​ຕັ້ງ - ພູມ​ສາດການ​ເມືອງ 2015”, “ໂຄງການ​ດຳ​ເນີນ​ງານ​ອາ​ຊຽນ”. ຢູ່​ນອກກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ບາງ​ປະ​ເທດ​ຄື: ທ່ານ​ຮອງ​ປະທານາທິບໍດີ​ສະ​ວິດ, ທ່ານຮອງ​ນາຍົກລັດຖະມົນຕີ​ໄທ, ຜູ້​ຕາງໜ້າ​ການ​ຄ້າ​ອາ​ເມ​ລິ​ກາ ​ແລະ ການ​ນຳ​ບາງ​ກຸ່ມ​ບໍລິສັດ​ໃຫຍ່ຄື UPS, Heineken, Standatd- Charteted…

        ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ທ່ານ​ຮອງ​ນາຍົກ​ລັດດຖະມົນ​ຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ຍົກ​ອອກ​ການ​ຟື້ນ​ຟູ​ດ້ານ​ພື້ນຖານ​ເສດ​ຖະກິດ​ຂອງ​ຫວຽດນາມ ຢ່າງ​ຕັ້ງໜ້າ​ໃນ​ປີຜ່ານມາ, ຈຸດ​ສຸມ​ແມ່ນ​ການ​ປະຕິ​ຮູບ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ໄລຍະ​ຈະ​ມາ​ເຖິງ; ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ​ຫວຽດນາມ ກ່ຽວ​ກັບ​ການ​ປົວ​ແປ​ງສະພາບ​ການ​ລົງທຶນ​; ​ເນັ້ນໜັກ​ເຖິງບັນດາ​ກາລະ​ໂອກາດ​ລົງທຶນ ພາຍຫຼັງ​ສຳ​ເລັດ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA). ທີ່​ບັນດາ​ການ​​ເຈລະຈາ​ກ່ຽວ​ກັບ​ອາ​ຊຽນ, ​ແລະ ຄວາມ​ສະຫງົບ - ການ​ເມືອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​​ເຖິງ​ບົດບາດ ​ແລະ ການ​ປະກອບສ່ວນ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ຫວຽດນາມ ​ໃນ​ອາ​ຊຽນ ​ແລະ ພາກ​ພື້ນ; ຢືນຢັນ​ທັດສະນະ, ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ຫວຽດນາມ ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຜ່ານ​ການ​ເຈລະຈາ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາຂອງ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ບັນດາ​ທັດສະນະ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຜູ້​ແທນ​ຫຼາຍ​ທ່ານ.

ຂ່າວ/ບົດ​ອື່ນ