ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ເຮັດວຽກ ກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ເຮັດວຽກ ກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ເຂົ້າ​ຮ່ວມ​ພິທີເປີດ​ສະຫຼອງ​
ວິຫານ​ບູຊາບຸລຸດ​ຜູ້​ກໍ່​ຕັ້ງ​ການ​ແພດ​ຫວຽດນາມ ຫາຍ​ເທື້ອງລ້ານ​ອົງ
(ພາບ: baomoi.com)


(vovworld) -     ​ໃນ​ການລົງ​ປະຕິບັດ​ງານ​ຢູ່​ເກີນ​ເທີ, ຕອນ​ເຊົ້າ​ວັນ​ທີ 13/01, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ມີ​ການ​ເຮັດ​ວຽກ​ກັບຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ​ເຂດຕາ​ເວັນ​ຕົກ​ພາກ​ໃຕ້, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ການ​ລົບ​ລ້າງ​ເຮືອນ​ຢູ່​ຊົວຄາວ​ຂອງ​ເຂດ ​ແມ່ນ​ໜ້າ​ຊື່ນ​ຊົມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອກາດ​ບຸ່ນນປີ​ໃໝ່​ປະຈຳ​ຊາດ​ໃກ້​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້ຊີ້​ນຳ​ວ່າ ເພື່ອ​ໃຫ້​​ເຂດ​ທົ່ງພຽງ​​ແມ່​ນ້ຳຂອງ​ພັດທະນາ​​​ໃຫ້ເໝາ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເຂດ, ສິ່ງ​ສຳຄັນນັ້ນ​ແມ່ນ ຕ້ອງ​ແກ້​ໄຂ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ເດັດຂາດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ແລະ ຫຼຸດ​ອັດຕາ​ຄອບຄົວ​ທຸກ​ຍາກ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ເຂົ້າ​ຮ່ວມ​ພິທີເປີດ​ສະຫຼອງ​ວິຫານ​ບູຊາບຸລຸດ​ຜູ້​ກໍ່​ຕັ້ງ​ການ​ແພດ​ຫວຽດນາມ ຫາຍ​ເທື້ອງລ້ານ​ອົງ (Hai Thuong Lan Ong) - ​ເລ​ຫິວ​ຈ໋າກ (Le Huu Trac), ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ່ານໝໍ​ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍໃຫ້​ແກ່​ພື້ນຖານການ​ແພດ​ຂອງຊາດ​ຫວຽດນາມ ​ແລະ ​ແມ່ນ​ຜູ້ດີ​ເດັ່ນ​ໃນ​ປະ​ຫວັດ​ການ​ແພດ​ພື້ນ​ເມືອງ ກໍ​ຄື​ທັນ​ສະ​ໄໝ​ຂອງ​ຫວຽດນາມ​.

ຂ່າວ/ບົດ​ອື່ນ