ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມ ກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມ ກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີ - ảnh 1
ກອງ​ປະຊຸມ​ທົ່ວ​ປະ​ເທດ​ຍ້ອງຍໍ​ບັນດາ​ຜູ້​ມີ​ຄຸນງາມຄວາມດີ​
ທີ່​ເຂົ້າ​ຮ່ວມ​ບັ້ນ​ຮົບ​ໂຮ່ຈິ​ມິນ - ລະດູບານ​ໃໝ່ 1975
(ພາບ: congan.com.vn)


​(vovworld) – ກອງ​ປະຊຸມ​ທົ່ວ​ປະ​ເທດ​ຍ້ອງຍໍ​ບັນດາ​ຜູ້​ມີ​ຄຸນງາມຄວາມດີ​ທີ່​ເຂົ້າ​ຮ່ວມ​ບັ້ນ​ຮົບ​ໂຮ່ຈິ​ມິນ - ລະດູບານ​ໃໝ່ 1975, ຖືກ​ໄຂ​ຂຶ້ນ​ໃນຕອນ​ເຊົ້າ​ວັນ​ທີ 14/04, ຢູ່​ນະຄອນ​ໂຮ່ຈິ​ມິນ. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ທະຫານເຈັບປ່ວຍ ​ແລະ ​ເສຍ​ອົງຄະ, ຍາດຕິ​ພີ​ນ້ອງ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ກູ້​ຊາດ, ບັນດາ​ຕົວ​ພະຍານ​ປະຫວັດສາດ​ເຂົ້າ​ຮ່ວມບັ້ນ​ຮົບ​ໂຮ່ຈິ​ມິນ ກວ່າ 300 ຄົນ. ທີ່​ກອງ​ປະຊຸມ, ການ​ນຳ​ພັກ, ລັດ ​ໄດ້​ຍ້ອງຍໍ ​ແລະ ສະ​ແດງ​ຄວາມ​ຮູ​ບຸນຄຸນ​ຢ່າງ​ເລິກ​​ເຊິ່ງສຳລັບ​ການ​ເສຍສະຫຼະ​ຊີວິດ ​ແລະ ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ຊາດ, ຂອງ​ແມ່​ຫວຽດນາມ ວິລະ​ຊົນ, ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ທະຫານ​ເຈັບ​ປ່ວຍ ​ແລະ ​ເສຍ​ອົງຄະ, ຜູ້​ມີ​ຄຸນງາມຄວາມດີ, ຄອບຄົວ​​ເປົ້າ​ໝາຍນະ​ໂຍບາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ.

        “ທຸກ​ຄົນ​ລ້ວນ​ແຕ່​ເຫັນ​ໄດ້​​ເຖິງຄວາມ​ເອກອ້າງຖະນົງ​ໃຈ​ຂອງ​ຊາດ, ຄວາມ​ຮູ້​ບຸນຄຸນຢ່າງ​ເລິກ​ເຊິ່ງສຳລັບ​ບັນດາ​ລຸ້ນພໍ່, ລຸ້ນອ້າຍ ​ແລະ ​ເພີ່ມ​ຄວາມ​ຕັດສິນ​ໃຈ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ຊາວ​ຫວຽດນາມ ບໍ່​ຈັກ​ວ່າ​ເທົ່າ​ໃດໄດ້ເສຍສະ​ຫຼະຊີວ​ິດ​​ເພື່ອ​ຊາດ​​ເພື່ອ​ນຳ​ຊີວິດ​ໃໝ່​ມາສູ່​ພວກ​ເຮົາ”

        ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາຄິດ​ຮອດ​ຄຸນ​ນ້ຳ ຂອງຊາດ, ຂະ​ບວນການ​ຕອບ​ບຸນ​ແທນ​ຄຸນ ​ໃນ​ຕະຫຼອດ​ໄລຍະ 5 ປີຜ່ານມາ, ​ໄດ້ລະດົມ​ຈຳນວນ​ເງິນ​ກວ່າ 1.500 ຕື້​ດົງ ຈາກ​ປະຊາຊົນ ​ເພື່ອ​​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ, ປະຕິບັດ​ການ​ກໍ່ສ້າງ​ໃໝ່ ​ແລະ ສ້ອມ​ແປງ​ເຮືອນ​ຊານ​ນັບ​ພັນ​ຫຼັງ​ໃຫ້​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ.

ຂ່າວ/ບົດ​ອື່ນ