ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ສະເໜີ ຕິດຕາມການຜັນແປຂອງພະຍຸ Rammasun

ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ສະເໜີ ຕິດຕາມການຜັນແປຂອງພະຍຸ Rammasun - ảnh 1
(ທ່ານ​ຮອງ​ນາຍົກ​ລັກ​ຖະມົນຕີ ຮ່ວາງ​ຈຸງຫາຍ ​ເປັນ​ປະທານ​ກອງ​ປະຊຸມ)

(vovworld) –  ຕອນ​ບ່າຍ​ວັນ​ທີ 15/07, ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ພະຍຸ​ນ້ຳ​ຖ້ວມ​ສູນ​ກາງ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລືກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຕ້ານ​ພະຍຸ Rammasun ​ເຊິ່ງຈະ​ພັດເຂົ້າ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງ​ນາຍົກ​ລັກ​ຖະມົນຕີ ຮ່ວາງ​ຈຸງຫາຍ ​ເປັນ​ປະທານ​ກອງ​ປະຊຸມ ​ໄດ້​ຊີ້​ນຳ​ໃຫ້​ບັນ​ດາກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ຕິດຕາມ​ການ​ຜັນ​ແປ​ຂອງ​ພະຍຸ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຫີຼິກລ້ຽງ​ພະຍຸ. ສຳລັບ​ກຳ​ປັ່ນ​ຫາ​ປາ ພວມ​ເຄື່ອນ​ໄຫວ​ຢູ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ, ກຳລັງ​ປ້ອງ​ກັນຊາ​ຍ​ແດນ ຕ້ອງກຳ​​ແໜ້ນ​ຈຳນວນ​ກຳ​ປັ່ນ ​ເພື່ອ​ຮຽກຮ້ອງ​ຍ້າຍ​ລົງ​ທາງ​ທິດ​ໃຕ້ ຫຼື ກັບຄືນ​ເຂົ້າ​ຝັ່ງ. ສຳລັບ​ບັນດາ​ກຳ​ປັ່ນ​ປະຕິບັດ​ກົດໝາຍ​ຂອງ​ຫວຽ​ດນາມ ພວມ​ເຄື່ອນ​ໄຫວ​ຢູ່​ບໍລິ​ເວັນຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ກໍ່​ຕ້ອງ​ຄິດ​ໄລ່​ເວລາ​ເພື່ອ​ຮັບ​ມື​ກັບ​ພະຍຸ, ຮັບປະກັນ​ຄວາມ​ປອດ​ໄພ. ສຳລັບ​ບັນດາ​ຮ້ານ​ເຈາະ​ນ້ຳມັນ​ຂອງ​ຫວຽດນາມ, ກະຊວງ​ອຸດສາຫະກຳການ​ຄ້າ ​ແລະ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດຫວຽດນາມ ສຸມ​ໃສ່​ຊີ້​ນຳ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ຜູ້​ເຮັດ​ວຽກ ​ແລະ ​ເຄື່ອງ​ອຸປະກອນ. ທ່ານ​ຮອງ​ນາຍົກລັດຖະມົນຕີຊີ້ນຳ​ໃຫ້​ກະ​ຊວງ​ຄົມມະນາຄົມ​ຂົນ​ສົ່ງ ປະຕິບັດ​ບັນດາ​ມາດ​ຕະການ​ຮັບປະກັນ​ດ້ານ​ຄົມມະນາຄົມ, ຫຼີກລ້ຽງ​ສະພາບ​ຄົມມະນາຄົມ​ຖືກ​ຕັດແຍກ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່ຕັກ​ເຕືອນ​ທ້ອງ​ຖິ່ນຕ່າງໆ ກວດກາ​ບັນດາ​ອ່າງເກັບ​ນ້ຳ, ບັນດາ​ເຂດ​ມີ​ໄພ​ເກີດ​ພະຍຸ​ນ້ຳ​ຖ້ວມສຸ​ໄຫຼ, ດິນ​ເສາະເຈື່ອນເພື່ອ​ເປັນ​ເຈົ້າ​ການ​ອົບພະຍົບປະຊາຊົນ ຮັບປະກັນ​ຄວາມ​ປອດ​ໄພ.

ຂ່າວ/ບົດ​ອື່ນ