ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ລົງເຮັດວຽກກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ລົງເຮັດວຽກກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກ່ຽວກັບບາງເນື້ອໃນກ່ຽວຂ້ອງເຖິງໂຄງການ “ພັດທະນາແບບຍືນຍົງ 1 ລ້ານເຮັກຕາທີ່ດິນປູກເຂົ້າຄຸນນະພາບສູງ...
ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ລົງເຮັດວຽກກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງກ່າວຄຳເຫັນທີ່ການເຮັດວຽກ
(ພາບ: dangcongsan.vn)

ຕອນບ່າຍວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ລົງເຮັດວຽກກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກ່ຽວກັບບາງເນື້ອໃນກ່ຽວຂ້ອງເຖິງໂຄງການ “ພັດທະນາແບບຍືນຍົງ 1 ລ້ານເຮັກຕາທີ່ດິນປູກເຂົ້າຄຸນນະພາບສູງ ແລະ ປ່ອຍອາຍພິດຕ່ຳ ຕິດພັນກັບການເຕີບໂຕສີຂຽວ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”; ໂຄງການຄວາມທົນທານຕໍ່ກັບດິນຟ້າອາກາດ ແລະ ຫັນປ່ຽນສັງລວມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ…

        ໂຄງການ “ພັດທະນາ 1 ລ້ານເຮັກຕາທີ່ດິນປູກເຂົ້າຄຸນນະພາບສູງ ແລະ ປ່ອຍອາຍພິດຕ່ຳແບບຍືນຍົງ ຕິດພັນກັບການເຕີບໂຕສີຂຽວ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ” ໄດ້ສຸມໃສ່ປະຕິບັດບາງນະໂຍບາຍທົດລອງທີ່ມີລັກສະນະບຸກທະລຸ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເຈິ່ນແທັງນາມ, ໃຫ້ຮູ້ວ່າ:

        “ກະຊວງກະສິກຳ ແລະ ພັດທະນາຊົນນະບົດສົມທົບກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສ້າງການທົດລອງນະໂຍບາຍ ແລະ ກົນໄກຕີລາຄາປະລິມານ ກາກບອນ ໂດຍອີງໃສ່ໝາກຜົນຂອງເຂດປູກຝັງສະເພາະ. ໃຫ້ສັດຕະຍາບັນຂອງໂຄງການນີ້ໂດຍໄວ ເພື່ອຜັນຂະຫຍາຍໃນລະດູການລະດູໜາວ ຕໍ່ລະດູບານໃໝ່ຈະມາເຖິງ. ຕົກລົງເຫັນດີຕາມແຜນນະໂຍບາຍຜັນຂະຫຍາຍບັນດາລາຍການບຸລິມະສິດຂອງໂຄງການ, ພິເສດແມ່ນການຫັນພື້ນຖານໂຄງລ່າງການທຳການຜະລິດຢູ່ເຂດໂຄງການນຳໃຊ້ແຫຼ່ງທຶນກູ້ຢຶມຂອງທະນາຄານໂລກເປັນທັນສະໄໝ”.

ຕອບກັບ

ຂ່າວ/ບົດ​ອື່ນ